spot_img
Homeຂ່າວຕ່າງປະເທດແຮງງານຊາວໄທ ເສຍຊີວິດ 2 ຄົນ ແລະ ບາດເຈັບອີກ 8 ຄົນ ຈາກເຫດການລະເບີດ ໃນອິດສະຣາແອນ

ແຮງງານຊາວໄທ ເສຍຊີວິດ 2 ຄົນ ແລະ ບາດເຈັບອີກ 8 ຄົນ ຈາກເຫດການລະເບີດ ໃນອິດສະຣາແອນ

Published on

ເມື່ອວັນທີ 18 ພຶດສະພາ 2021 ຕຳຫຼວດອິດສະຣາແອນ (Israel)  ຖະແຫຼງວ່າ: ມີແຮງງານຊາວໄທໃນອິດສະຣາແອນ ເສຍຊີວິດ 2 ຄົນ ຈາກການໂຈມຕີ ຈາກກາຊາ ໂດຍສຳນັກຂ່າວ ເອເອຟພີ ລາຍງານວ່າ: ໂຄສົກສຳນັກຕຳຫຼວດອິດສະຣາແອນຖະແຫຼງວ່າ: ຈະຫຼວດຄັ້ງລ່າສຸດ ທີ່ຖືກຍິງມາຈາກກາຊາ ແລະ ຕົກໃນເຂດເອຊກໍ (Eshkol) ທາງຕອນໃຕ້ ຂອງອິດສະຣາແອນ ເຮັດໃຫ້ມີແຮງງານຕ່າງຊາດ ຈາກປະເທດໄທເສຍຊີວິດ 2 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 8 ຄົນ ສົ່ງຜົນໃຫ້ຍອດຜູ້ເສຍຊີວິດໃນອິດສະຣາແອນເພີ່ມເປັນ 12 ຄົນ ນັບຕັ້ງແຕ່ເກີດການຍິງຕອບໂຕ້ຮຸນແຮງ.

ມື້ນີ້, ການໂຈມຕີທາງອາກາດ ຈາກຝັ່ງອິດສະຣາແອນ ແລະ ຈາກຝັ່ງຮາມາສ (Hamas) ໃນກາຊາ (Gaza) ຍັງຄົງເກີດຂຶ້ນ ເຖິງວ່າຈະມີສຽງຮຽກຮ້ອງຈາກນາໆຊາດໃຫ້ຕ່າງຝ່າຍຕ່າງເຈລະຈາຢຸດຍິງກໍຕາມ ໂດຍຕາມໂຮງໝໍ ໃນກາຊາເຕັມໄປດ້ວຍຈຳນວນຜູ້ບາດເຈັບທີ່ຫຼາຍກວ່າ 1,500 ຊີວິດ ສົ່ງຜົນໃຫ້ບາງຄົນຕ້ອງຖືກສົ່ງຕົວໄປຮັກສາຢູ່ອີຢິບເພາະແພດຮັບມືບໍ່ໄຫວ.

ສະຖານະການລ່າສຸດເຂົ້າສູ່ມື້ທີ 9 ແລ້ວ ນັບຕັ້ງແຕ່ກຸ່ມຮາມາສຍິງຈະຫຼວດໃສ່ອິສະລາເອວເມື່ອວັນທີ 10 ພຶດສະພາ ທີ່ຜ່ານມາ. ເຖິງຢ່າງໃດກໍຕາມ ຕະຫຼອດຫຼາຍມື້ທີ່ຜ່ານມາ ການໂຈມຕີຂອງອິດສະຣາແອນບໍ່ໄດ້ທຳລາຍສະເພາະຖານທີ່ໝັ້ນຂອງກຸ່ມຮາມາສພຽງຢ່າງດຽວ ແຕ່ຍັງທຳລາຍບ້ານເມືອງປະຊາຊົນນຳອີກ.

ຍອດຜູ້ເສຍຊີວິດເພີ່ມຂຶ້ນຢ່າງໜ້ອຍ 212 ລາຍ ໃນຈຳນວນນີ້ມີເດັກນ້ອຍຫຼາຍເຖິງ 61 ລາຍ, ສ່ວນຍອດຜູ້ບາດເຈັບກໍເພີ່ມຂຶ້ນຫຼາຍກວ່າ 1,500 ລາຍ ສົ່ງຜົນໃຫ້ຕາມໂຮງໝໍເຕັມໄປດ້ວຍຜູ້ບາດເຈັບຈຳນວນຫຼາຍ.

ທາງດ້ານປະທານາທິບໍດີ ໂຈ ໄບເດັນ ຂອງສະຫະລັດອາເມລິກາ ໄດ້ອອກມາສະໜັບສະໜຸນການຢຸດຍິງລະຫວ່າງອິດສະຣາແອນ ແລະ ກຸ່ມຮາມາສໃນກາຊາ ໂດຍສົນທະນາທາງໂທລະສັບກັບ ເບນຈາມິນ ເນທັນຍາຮູ (Benjamin Netanyahu) ນາຍົກລັດຖະມົນຕີຂອງອິດສະຣາແອນ ຮຽກຮ້ອງໃຫ້ຍຸດຕິຄວາມຮຸນແຮງດັ່ງກ່າວ

ນາຍົກລັດຖະມົນຕີ ເບນຈາມິນ ເນທັນຍາຮູ ຍັງຄົງຢືນຢັນໜັກແໜ້ນໃນການເດີນໜ້າໂຈມຕີກາຊາຕໍ່, ດ້ານຝັ່ງຮາມາສກໍໄດ້ອອກຖະແຫຼງການໂດຍລະບຸວ່າ ຫາກອິສະລະເອວຍັງບໍ່ຢຸດໂຈມຕີກາຊາ ທາງຮາມາສກໍຈະມຸ້ງເປົ້າໂຈມຕີເມືອງເທລ ອາວີຟ (tel aviv) ເຊິ່ງເປັນເມືອງໃຫຍ່ຂອງອິດສະຣາແອນ ທີ່ມີປະຊາກອນອາໄສຢູ່ຫຼາຍເຊັ່ນກັນ.

ສະຖານທູດປະຈຳ ເມືອງເທລະອາວີບ ກໍໄດ້ອອກໜັງສື ສະແດງຄວາມເສຍໃຈກັບເຫດດັ່ງກ່າວນີ້ດ້ວຍ.

ຮຽບຮຽງຂ່າວ: ສີຕາວັນ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...