Homeຂ່າວທ້ອງຖິ່ນ4 ແຂວງຍັງມີການລະບາດຮ້າຍແຮງ! ລັດຮ່ວມຫາລືກ່ຽວກັບການແກ້ໄຂ ແລະ ຄວບຄຸມການແຜ່ລະບາດ

4 ແຂວງຍັງມີການລະບາດຮ້າຍແຮງ! ລັດຮ່ວມຫາລືກ່ຽວກັບການແກ້ໄຂ ແລະ ຄວບຄຸມການແຜ່ລະບາດ

Published on

ກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດ ຄໍາສັ່ງ 15/ນຍ ທາງໄກ ແລະ ມາດຕະການປ້ອງກັນ, ຄວບຄຸມ ແລະ ເເກ້ໄຂສະພາບການລະບາດຂອງພະຍາດ ໂຄວິດ-19 ຂອງບັນດາການນຳແຕ່ລະແຂວງໃນຂອບເຂດທົ່ວປະເທດໄດ້ຈັດຂຶ້ນໃນວັນທີ 17 ພຶດສະພາ 2021. ໂດຍການເປັນປະທານຂອງພະນະ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ, ມີບັນດາທ່ານການນຳຂັ້ນສູນກາງ, ການນຳຂັ້ນແຂວງໃນຂອບເຂດທົ່ວປະເທດ.

ກອງປະຊຸມຄັ້ງນີ້ຈະໄດ້ວາງແຜນການ ເພື່ອຄົ້ນຄ້ວາ,ປຶກສາຫາລືການຈັດຕັ້ງປະຕິບັດຄຳສັ່ງ15/ນຍ.ຮັບຟັງການລາຍງານຫຍໍ້ກ່ຽວກັບການແກ້ໄຂ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ຂອງບັນດາແຂວງທີມີການລະບາດຮ້າຍແຮງໃນແຕ່ລະມື້ເປັນຕົ້ນ ນະຄອນຫຼວງວຽງຈັນ,ແຂວງບໍ່ແກ້ວ, ແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ.

ໃນວັນທີ 15 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1,427 ຕົວຢ່າງ ໃນນັ້ນ ນະຄອນຫຼວງ 941 ຕົວຢ່າງ ແລະ ຕ່າງແຂວງ 486 ຕົວຢາງ, ພົບຜູ້ຕິດເຊື້ອໃໝ່ 21 ຄົນ ເຮັດໃຫ້ຜູ້ຕິດເຊື້ອສະສົມທັງໝົດ ເປັນ 1,591 ຄົນ , ເສຍຊິວິດສະສົມທັງໝົດ 2 ຄົນ. ປະຈຸບັນ ມີຜູ້ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 1,015 ຄົນ ໃນນັ້ນ ໄດ້ຮັບການປິ່ນປົວດີ ທັງໝົດ 574 ຄົນ (ໃໝ່ 19 ຄົນ) ແລະ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນ ຫຼື ສູນຈໍາກັດບໍລິເວນຢູ່ແຂວງບໍ່ແກ້ວ. ປະຈຸບັນທົ່ວແຂວງມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 390 ຄົນ, ຍິງ 237 ຄົນ, ໃນນັ້ນ ມີຄົນຢູ່ພາຍໃນແຂວງ 45 ຄົນ, ຍິງ 14 ຄົນ, ຢູ່ເຂດເສດຖະກິດພິເສດ 345 ຄົນ, ຍິງ 223 ຄົນ ໃນນີ້: ມີຄົນລາວ199 ຄົນ ຍິງ 170 ຄົນ, ຈີນ 95 ຄົນ ຍິງ 20 ຄົນ, ໄທ 9 ຄົນ ຍິງ 7 ຄົນ, ມຽນມາ 41 ຄົນ ຍິງ 25 ຄົນ ແລະ ຫວຽດນາມ 1 ຄົນ ຍິງ 1 ຄົນ (ສະເພາະຢູ່ເຂດ ໄດ້ກວດຫາເຊື້ອໝົດທຸກຄົນ ປະຈຸບັນໄດ້ ກວດແລ້ວ 43.471 ຄົນ) ສ່ວນສະເພາະຢູ່ພາຍໃນແຂວງແມ່ນເປັນມື້ທີ 8 ແລ້ວທີ່ກວດຫາເຊື້ອພະຍາດໂຄວິດ-19 ບໍ່ພົບ. ການປິ່ນປົວ:ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເຂົ້າມາປິ່ນປົວຢູ່ໂຮງໝໍທັງໝົດ 390 ຄົນ, ໃນນັ້ນໂຮງໝໍແຂວງ 45ຄົນ, ຍິງ 14 ຄົນ, ໂຮງໝໍເຂດເສດຖະກິດພິເສດ 345 ຄົນ, ຍິງ 223 ຄົນ.ໄດ້ມີການປິ່ນປົວທີ່ອອກໂຮງໝໍແລ້ວ 110 ຄົນ, ໃນນັ້ນ ໂຮງໝໍແຂວງ 24 ຄົນ, ໂຮງໝໍເຂດເສດຖະກິດພິເສດ 84 ຄົນ ( ໃນນີ້: ຄົນລາວ 45 ຄົນ, ຈີນ 33 ຄົນ, ມຽນມາ 2 ຄົນ ) ສ່ວນຍັງເຫຼືອແມ່ນມີອາການເບົາບາງ ເຊັ່ນ: ເຈັບຄໍ, ໄອ. ການຊັກຢາວັກຊີນ ປ້ອງກັນເຊື້ອພະຍາດໂຄວິດ-19:ຢູ່ພາຍໃນແຂວງເລີ່ມຕົ້ນຊັກຢາແຕ່ຕົ້ນເດືອນ 3 ປີ 2021 ເປັນຕົ້ນມາ, ຮອດປະຈຸບັນໄດ້ຊັກຢາເຂັມທີ1 ມີ 27,670 ຄົນ, ເຂັມທີ 2 ມີ 4,690 ຄົນ ( ລວມ 2 ເຂັມ 32,360 ຄົນ ).

ເຂດເສດຖະກິດພິເສດ ໄດ້ເລີ່ມຊັກຢາເຂັມທີ 1 ມີ 36,099 ຄົນ. ຈໍານວນປະຊາກອນຄາດຄະເນທັງໝົດ ຂອງແຂວງ 193,761 ຄົນ; ກຸ່ມອາຍຸ 18-60 ປີ ມີ103,634 ຄົນ ຕ້ອງການວັກຊີນເພີ່ມທັງ 2 ເຂັ້ມ ຈຳນວນ 132,000 ໂດສ ). ຈຳນວນປະຊາກອນຄາດຄະເນທັງໝົດ ຂອງເຂດ 51,238 ຄົນ ຕ້ອງການວັກຊີນເພີ່ມທັງ 2ເຂັ້ມ ຈຳນວນ 23,665 ໂດສ ).ເຂົ້າໃນການສະກັດກັ້ນ ຕ້ານພະຍາດໂຄວິດ-19.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...