Homeຂ່າວທ້ອງຖິ່ນໂຮງແຮມຄຣາວ ພລາຊ່າ ວຽງຈັນ ແລະ ບໍລິສັດ ບີມ ກຣຸບ ໄດ້ປະກອບສ່ວນອຸບປະກອນການແພດມູນຄ່າ 250 ລ້ານກີບ ພື່ມຊຸກຍູ້ທາງທີມງານຄະນະສະເພາະກິດແຫ່ງຊາດຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19.

ໂຮງແຮມຄຣາວ ພລາຊ່າ ວຽງຈັນ ແລະ ບໍລິສັດ ບີມ ກຣຸບ ໄດ້ປະກອບສ່ວນອຸບປະກອນການແພດມູນຄ່າ 250 ລ້ານກີບ ພື່ມຊຸກຍູ້ທາງທີມງານຄະນະສະເພາະກິດແຫ່ງຊາດຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19.

Published on

ເມື່ອວັນທີ 13 ພຶດສະພາ 2021 ນີ້ ທາງໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ແລະ ບໍລິດສັດຜູ້ລົງທຶນ ບີມ ກຣຸບ ໄດ້ມີໂອກາດໄປແຈກຢາຍອຸປະກອນການແພດ ແລະ ເຄື່ອງຂອງທີ່ຈຳເປັນ ເປັນເງິນມູນຄ່າຢູ່ທີ່ 250 ລ້ານກີບ ໃຫ້ກັບສູນປະຕິບັດງານ ຄະນະສະເພາະກິດ ທີ່ກຳລັງເຮັດໜ້າທີ່ທ່າມກາງຄວາມທ້າທາຍທີ່ບໍ່ເຄີຍມີມາກ່ອນໃນການຄວບຄຸມ ແລະ ສະກັດກັ້ນການລະບາດຂອງເຊື້ອພະຍາດໂຄວິດ-19.

ໂດຍອຸປະກອນ ແລະ ເຄື່ອງຂອງທີ່ນຳໄປແຈກຢາຍນັ້ນລວມມີຖົງມືກັນພະຍາດຈຳນວນ 5,000 ຄູ່, ຜ້າປູບ່ອນນອນທາງການແພດ 3,000 ຜືນ, ສົບຫມອນທາງການແພດ 3,000 ຜືນ, ໝອນໝູນ 300 ໜ່ວຍ, ໜ້າກາກ 12,500 ກັບ, ເຫົ້າ 90 ຈຳນວນ 400 ຕຸກ, ເຈວລ້າງມື 400 ລິດ ແລະ ນ້ຳດື່ມ 6,000 ຂວດ — ໂດຍປັດໃຈທັງໝົດນີ້ແມ່ນມືຈຸດປະສົງທີ່ຈະມອບໃຫ້ກັບທີມງານແພດໝໍທີ່ກ່ຽວຂ້ອງປະຕິງານດ້ວຍຄວາມປອດໄພ ແລະ ເພື່ອຊຸກຍູ້ເປັນສິ່ງອຳນວຍຄວາມສະດວກໃນຍາມທີ່ຂາດເຂີນ.

ໂດຍຕາງໜ້າຈາກ ຄຣາວ ພລາຊ່າ ວຽງຈັນ ໄດ້ໃຫ້ຄຳເຫັນວ່າ, “ການລະບາດຂອງເຊື້ອພະຍາດດັ່ງກ່າວນີ້ໄດ້ສ້າງຜົນກະທົບຢ່າງຫຼວງຫຼາຍໃຫ້ກັບຊີວິດການເປັນຢູ່ຂອງພວກເຮົາ ແຕ່ມັນກໍໄດ້ສອນໃຫ້ເຮົາມີຄວາມເຂັ້ມແຂງ ແລະ ຮູ້ຈັກຊ່ວຍເຫຼືອຜູ້ອື່ນໃນຍາມດຽວກັນ. ທາງເຮົາຕ້ອງຂໍຂອບໃຈຍັງ ບີມ ກຣຸບ ບໍລິສັດຜູ້ລົງທຶນຂອງພວກເຮົາຈາກປະເທດຫວຽດນາມ, ຜູ້ທີ່ຮ່ວມມືໃນການຊຸກຍູ້ໃນຄັ້ງນີ້.

ສຸດທ້າຍແຕ່ບໍ່ທ້າຍສຸດ, ທາງໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ຂໍສະແດງຄວາມຂອບໃຈມາຍັງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ຂະແໜງສະທາລະນະສຸກທັງໝົດ ທີ່ເຮັດວຽກໜັກເພື່ອໃຫ້ພວກເຮົາຢູ່ຢ່າງປອດໄພ. ດັ່ງນັ້ນ ຈຶ່ງຖືເປັນກຽດຫຼາຍ ສຳລັບທາງທີມງານຈາກ ຄຣາວ ພລາຊ່າ ວຽງຈັນ ທີ່ໄດ້ມາກອບສ່ວນຊ່ວຍເຫຼືອ ໃຫ້ກັບພະນັກງານທີ່ກຳລັງປະຕິບັດໜ້າທີ່ໃຫ້ມີຄວາມປອດໄພລະຫວ່າງທີ່ກຳລັງປະຕິບັດໜ້າທີ່ວຽກງານຢູ່ສູນຄະນະສະເພາະກິດນີ້”

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...