Homeຂ່າວທ້ອງຖິ່ນກະຊວງສາທາລະນະສຸກ ປະກາດແຕ່ງຕັ້ງຮອງລັດຖະມົນຕີ, ຫົວໜ້າຫ້ອງການ ແລະ ຫົວໜ້າກົມ

ກະຊວງສາທາລະນະສຸກ ປະກາດແຕ່ງຕັ້ງຮອງລັດຖະມົນຕີ, ຫົວໜ້າຫ້ອງການ ແລະ ຫົວໜ້າກົມ

Published on

ອີງຕາມການລາຍງານຜ່ານແຟນເພສ ສູນຂ່າວສານການແພດສຸຂະສຶກສາ ໃຫ້ຮູ້ວ່າ: ໃນວັນທີ 7 ພຶດສະພາ 2021 ທີ່ຜ່ານມາ ກະຊວງສາທາລະນະສຸກ ໄດ້ປະກາດແຕ່ງຕັ້ງຮອງລັດຖະມົນຕີກະຊວງສາທາລະນະສຸກ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຍົກຍ້າຍຄະນະການນຳໄປຮັບໜ້າທີ່ໃໝ່ ແລະ ພັກຜ່ອນຮັບນະໂຍບາຍອຸດໜູນບຳນານ:

ທ່ານ ຮສ.ດຣ ພູທອນ ເມືອງປາກ

1. ທ່ານ ຮສ.ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຍ້າຍໄປຮັບໜ້າທີ່ໃໝ່ ເປັນປະທານອົງການກາແດງລາວ.
2. ທ່ານ ດຣ. ສະໜອງ ທອງສະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ເປັນຮອງລັດຖະມົນຕີ ກະຊວງສາທາລະນະສຸກ.
3. ທ່ານ ດຣ. ໄພວັນ ແກ້ວປະເສີດ ຜູ້ອຳນວຍການໂຮງໝໍເຊດຖາທິລາດ ເປັນຫົວໜ້າກົມກວດກາ ກະຊວງສາທາລະນະສຸກ.
5. ທ່ານ ນ. ອາພອນ ວິຊາເທບ ຮອງອຳນວຍການໂຮງໝໍມະໂຫສົດ ເປັນຫົວໜ້າຫ້ອງການປະກັນສຸຂະພາບ
6. ທ່ານ ດຣ. ນ. ຈັນຖະໜອມ ມະນີທິບ ຮອງອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນຜູ້ຮັກສາການຫົວໜ້າຫ້ອງການກະຊວງສາທາລະນະສຸກ.
7. ທ່ານ ດຣ. ບຸນຊູ ແກ້ວຫາວົງ ຮອງຫົວໜ້າກົມອາຫານ ແລະ ຢາ ເປັນຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ.
8. ທ່ານ ດຣ. ຄຳປະສົງ ເທບປັນຍາ ຮອງຫົວໜ້າກົມຈັດຕັ້ງພະນັກງານ ເປັນຫົວໜ້າກົມຈັດຕັ້ງພະນັກງານ
9. ທ່ານ ດຣ. ສອນໄຊ ລາດສະວົງ ຮອງອຳນວຍໂຮງໝໍມິດຕະພາບ ເປັນອຳນວຍການໂຮງໝໍມິດຕະພາບ.

ພ້ອມດຽວກັນນັ້ນ ກໍໄດ້ປະກາດພະນັກງານທີ່ປະຕິບັດວຽກງານຄົບອາຍຸກະສຽນ ອອກພັກຜ່ອນຮັບນະໂຍບາຍເງິນອຸດໜູນ ບຳນານ ມີ:
1. ທ່ານ ຄຳພອນ ພຸດທະວົງ ເລຂາຄະນະພັກກະຊວງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ອອກພັກຜ່ອນຮັບນະໂຍບາຍອຸດໜູນບຳນານ.
2. ທ່ານ ດຣ. ຄຳເພັດ ມະນີວົງ ທີ່ປຶກສາເລຂາຄະນະພັກກະຊວງສາທາ ອອກພັກຜ່ອນຮັບນະໂຍບາຍອຸດໜູນບຳນານ.
3. ທ່ານ ດຣ. ເນົາ ບຸດຕາ ຫົວໜ້າຫ້ອງການກະຊວງສາທາລະນະສຸກ ອອກພັກຜ່ອນຮັບນະໂຍບາຍອຸດໜູນບຳນານ
4. ທ່ານ ດຣ. ແສງຈ້ອຍ ປັນຍາວົງ ຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງສາທາ ອອກພັກຜ່ອນຮັບນະໂຍບາຍອຸດໜູນບຳນານ.
5. ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ກະຊວງາສາທາ ອອກພັກຜ່ອນຮັບນະໂຍບາຍອຸດໜູນບຳນານ.
6. ທ່ານ ດຣ. ຄຸດດາລາ ວົງສາລະວັນ ຫົວໜ້າກົມກວດກາ ກະຊວງສາທາ ອອກພັກຜ່ອນຮັບນະໂຍບາຍອຸດໜູນບຳນານ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...