spot_img
Homeຂ່າວຕ່າງປະເທດນັກຂ່າວ ແລະ ນັກເຄື່ອນໄຫວຂອງມຽນມາຖືກຈັບກຸມທີ່ປະເທດໄທ ຫຼັງຈາກພະຍາຍາມຫຼົບໜີຈາກກອງທັບທະຫານ

ນັກຂ່າວ ແລະ ນັກເຄື່ອນໄຫວຂອງມຽນມາຖືກຈັບກຸມທີ່ປະເທດໄທ ຫຼັງຈາກພະຍາຍາມຫຼົບໜີຈາກກອງທັບທະຫານ

Published on

ໃນວັນທີ 11 ພຶດສະພາ 2021 ທີ່ຜ່ານມາ ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ: ມີນັກຂ່າວ 3 ຄົນ ແລະ ນັກເຄື່ອນໄຫວ 2 ຄົນຈາກມຽນມາ ຖືກຈັບກຸມທີ່ປະເທດໄທໂດຍການລັກລອບເຂົ້າປະເທດແບບຜິດກົດໝາຍ.

ສໍານັກຂ່າວ DVC (Democratic Voice of Burma) ຂອງມຽນມາໄດ້ອອກຖະແຫຼງການວ່າ: ທັງ 5 ຄົນທີ່ລັກລອບເຂົ້າປະເທດໄທນັ້ນແມ່ນເພື່ອລົບໜີອອກຈາກຊາຍແດນມຽນມາເຂົ້າມາປະເທດໄທເພື່ອຫຼົບໜີຈາກການປາບປາມຜູ້ຕໍ່ຕ້ານລັດຖະປະຫານຂອງລັດຖະບານມຽນມາ ກ່ອນທີ່ຈະຖືກເຈົ້າໜ້າທີ່ໄທຈັບກຸມໃນວັນອາທິດ ທີ 9 ທີ່ຜ່ານມາ ຢູ່ແຂວງຊຽງໃໝ່ ພາກເໜືອຂອງປະເທດໄທ ແລະ ຖືກຕັ້ງຂໍ້ຫາເຂົ້າປະເທດແບບຜິດກົດໝາຍ.

ທາງສໍານັກຂ່າວ DVC ໄດ້ຂໍຮ້ອງໃຫ້ທາງເຈົ້າໜ້າທີ່ໄທບໍ່ໃຫ້ສົ່ງພວກເຂົາທັງ 5 ຄົນກັບປະເທດມຽນມາ ເພາະຈະເຮັດໃຫ້ຊີວິດຂອງພວກເຂົາຕົກຢູ່ໃນອັນຕະລາຍ ແລະ ສໍານັກຂ່າວ DVC ຍັງໄດ້ຂຽນຈົດໝາຍໄປຍັງສໍານັກງານຜູ້ລີ້ໄພຂອງອົງການສະຫະປະຊາຊາດໃຫ້ເຂົ້າມາຮັກສາຄວາມປອດໄພ ແລະ ຂໍໃຫ້ປະຊາຄົມໂລກຊ່ວຍກັນຮຽກຮ້ອງບໍ່ໃຫ້ລັດຖະບານໄທສົ່ງໂຕພວກເຂົາທັງ 5 ຄົນກັບປະເທດມຽນມາ. ສໍາລັບສໍານັກຂ່າວ DVC ເອງກໍຖືກລັດຖະບານມຽນມາຍົກເລີກໃບອະນຸຍາດການການເຮັດຂ່າວ ແລະ ຖືກບໍ່ໃຫ້ເຮັດຂ່າວອີກຕໍ່ໄປ.

ຈາກການລາຍງານທາງເຈົ້າໜ້າທີ່ຂອງໄທບອກວ່າຈະດໍາເນີນຕາມກົດໝາຍ ແຕ່ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ຈຶ່ງຈໍາເປັນຕ້ອງໄດ້ກັກໂຕທັງ 5 ຄົນເປັນຈໍານວນ 14 ມື້ກ່ອນທີ່ຈະສົ່ງທັງ 5 ຄົນໃຫ້ກັບເຈົ້າທີ່ທີ່ກວດສອບຄົນເຂົ້າເມືອງໃນຂັ້ນຕໍ່ໄປ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...