spot_img
Homeຂ່າວຕ່າງປະເທດອິສຣາເອລລະເບີດຕຶກສູງໃນເຂດກາຊາເພື່ອຕອບໂຕ້ການຍິງຈະຫຼວດຂ້າມແດນຂອງກຸ່ມຮາມາສ

ອິສຣາເອລລະເບີດຕຶກສູງໃນເຂດກາຊາເພື່ອຕອບໂຕ້ການຍິງຈະຫຼວດຂ້າມແດນຂອງກຸ່ມຮາມາສ

Published on

ສະພາບການສູ້ຮົບໃນເຂດກາຊາເພີ່ມທະວີຄວາມຮຸນແຮງຂຶ້ນ ໂດຍກຸ່ມຮາມາສໄດ້ລະດົມຍິງຈະຫຼວດຫຼາຍກວ່າ 130 ລູກໃສ່ອິສຣາເອລ ຂະນະທີ່ລັດຖະບານອິສຣາເອລໄດ້ຕອບໂຕ້ດ້ວຍການວາງລະເບີດພື້ນທຳລາຍຕຶກສູງໃນເຂດກາຊາ.

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 12 ພຶດສະພາ ວ່າ ກອງກຳລັງປ້ອງກັນປະເທດອິດສະລາແອນ (IDF) ດຳເນີນການບຸກໂຈມຕີທາງອາກາດຮອບໃໝ່ຢູ່ເຂດກາຊາ.ເມື່ອວັນອັງຄານທີ່ຜ່ານມາ ເຮືອບິນຮົບ 80 ລຳໄດ້ຖີ້ມລະເບີດໃສ່ເປົ້າໝາຍຕ່າງໆ. ລວມທັງການທຳລາຍອາຄານການຄ້າ 13 ຊັ້ນຈົນພັງລົງມາ ເບື້ອງຕົ້ນລັດຖະບານປາເລສໄຕລ໌ລາຍງານວ່າ ມີສາມຄົນເສຍຊີວິດ ທັງໝົດເປັນສະມາຊິກຂອງກຸ່ມຫົວຮຸນແຮງ. ກ່ອນນັ້ນ, ເຈົ້າໜ້າທີ່ກູ້ໄພໄດ້ຮີບເລັ່ງອົບພະຍົບປະຊາຊົນອອກຈາກຕຶກ ຫຼັງຈາກພົບວ່າເຮືອບິນສູ້ຮົບຂອງອິສຣາແອລໄດ້ບິນໂດຍກົງຢູ່ຕຶກນີ້.

ເຫດການດັ່ງກ່າວເກີດຂື້ນພາຍໃນເວລາສັ້ນໆ. ຫຼັງຈາກນາຍົກລັດຖະມົນຕີເບນຈາມິນ ເນທັນຍາຮູ ສັ່ງໃຫ້ຍົກລະດັບການປະຕິບັດການທາງທະຫານຕໍ່ກຸ່ມ ຮາມາສ ເຊິ່ງເປັນຜູ້ປົກຄອງເຂດກາຊາ. ຫຼັງຈາກກຸ່ມ ຮາມາສ ໄດ້ຍິງຈະຫຼວດ 130 ກວ່າລູກຂ້າມຊາຍແດນໃນວັນອັງຄານ. ໂດຍຈະຫຼວດຫຼາຍລູກລອດຈາກການສະກັັດກັ້ນຂອງລະບົບໄອເອຣິນໂດມ ແລ້ວຕົກລົງໃນເຂດທີ່ຢູ່ອາໃສຂອງນະຄອນເທີອາວິຟ ເຮັດໃຫ້ມີປະຊາຊົນອິສຣາເອລເສຍຊີວິດ 5 ຄົນ.

ຖ້ານັບສະຖິຕິຕັ້ງແຕ່ວັນຈັນທີ່ຜ່ານມາ ກຸ່ມຮາມາສໄດ້ຍິງຈະຫຼວດຂ້າມແດນຈາກເຂດກາຊາລວມກັນຫຼາຍກວ່າ 300 ລູກ ເພື່ອມຸ່ງເປົ້າໂຈມຕີນະຄອນເຢຣູຊາເລມ ແລະ ເມືອງເທີອາວີຟ ຂະນະທີ່ລັດຖະບານປາແລັສໄຕລ໌ລາຍງານວ່າມີຜູ້ເສຍຊີວິດໃນການໂຈມຕີແກ້ແຄ້ນອິສຣາແອລ ຢ່າງໜ້ອຍ 35 ຄົນໃນນັ້ນມີເດັກນ້ອຍ 10 ຄົນ ແລະ ຫຼາຍກວ່າ 200 ຄົນໄດ້ຮັບບາດເຈັບ ແຕ່ອິດສະຣາເອລຍັງຄົງຢືນຢັນຕົວເລກການເສຍຊີວິດຂອງຊາວປາເລສໄຕລ໌ໄວ້ທີ່ 15 ຄົນ, ເຊິ່ງແມ່ນ “ສະມາຊິກທັງໝົດຂອງກຸ່ມຮາມາສ”.

ການສູ້ຮົບລະຫວ່າງອິດສະຣາເອລ ແລະ ຮາມາສໃນຄັ້ງນີ້ ຮຽກໄດ້ວ່າຮຸນແຮງທີ່ສຸດ ນັບແຕ່ສົງຄາມເຂດກາຊາປີ 2014, ເຊິ່ງການຕໍ່ສູ້ໄດ້ແກ່ຍາວເປັນເວລາປະມານ 50 ວັນ, ມີປະຊາຊົນປາເລສໄຕລ໌ກ່ວາ 2000 ຄົນໄດ້ເສຍຊີວິດ, ທະຫານອິດສະລາເອລ 67 ຄົນ ແລະ ພົນລະເຮືອນ 6 ຄົນ, ເຮັດໃຫ້ຫຼາຍຝ່າຍມີຄວາມກັງວົນໃຈວ່າການສູ້ຮົບຄັ້ງນີ້ຈະຮຸນແຮງຊໍ້າຮອຍສົງຄາມເມື່ອ 7 ປີທີ່ຜ່ານມາ.

ດ້ານສະຫະປະຊາຊາດ (UN) ແລະ ສັນນິບາດອາຣັບສະແດງຄວາມວິຕົກກັງວົນຢ່າງຈິງຈັງຕໍ່ສະຖານະການດັ່ງກ່າວ. ກະຊວງການຕ່າງປະເທດສະຫະລັດໃຫ້ຄຳເຫັນວ່າຖືກຕ້ອງແລ້ວທີ່ອິສຣາແອລຕອບໂຕ້ຈະຫຼວດຈາກກຸ່ມຮາມາສ ແຕ່ໄດ້ຮຽກຮ້ອງໃຫ້ລັດຖະບານ ເທີອາວີຟ ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳແກ່ຜູ້ທີ່ໄດ້ຮັບບາດເຈັບໃນການປະທະກັນທີ່ເຢຣູຊາເລັມ ເຊິ່ງແມ່ນພື້ນທີ່ “ຮ່ວມກັນກັບຄົນໃນທຸກສາສະໜາ”.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...