Homeຂ່າວທ້ອງຖິ່ນປກສ ແຂວງສະຫວັນນະເຂດລົງວິໄນກັບເຈົ້າໜ້າທີ່ທີ່ພົວພັນກັບກຸ່ມຄົນທີ່ເຮັດໃຫ້ເກີດການລະບາດໂຄວິດ

ປກສ ແຂວງສະຫວັນນະເຂດລົງວິໄນກັບເຈົ້າໜ້າທີ່ທີ່ພົວພັນກັບກຸ່ມຄົນທີ່ເຮັດໃຫ້ເກີດການລະບາດໂຄວິດ

Published on

ອີງຕາມການລາຍງານຂ່າວຈາກປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ ວັນທີ 10 ພຶດສະພາ 2021, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຜ່ານມະຕິການປະຕິບັດວິໄນ ນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນະເຂດ.

ປະທານກອງປະຊຸມໂດຍ ທ່ານ ພັອ ສົມໝາຍພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ ຄະນະບັນຊາ ກອງບັນຊາການ ປກສ ແຂວງ, ປກສເມືອງ ສອງຄອນ, ບັນດາຫ້ອງອ້ອມຂ້າງ ແລະ ແຂກຖືກເຊີນເຂົ້າຮ່ວມ, ທ່ານ ພັທ ຄໍາຜາຍ ຄູນລາດສຸວັນນະວົງ ຫົວໜ້າຫ້ອງການເມືອງ ປກສ ແຂວງສະຫວັນນະເຂດ ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 825/ປກສ ລົງວັນທີ 07 ພຶດສະພາ 2021.

ປະຕິບັດວິໄນ ນາຍຕໍາຫຼວດ ທີ່ຂື້ນກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ, ໂດຍລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕົກລົງປະຕິບັດວິໄນ ຮອ ພູໃສ ສີສະຫວັນ ອາຍຸ 34 ປີ, ໜ້າທີ່ຮັບຜິດຊອບ ວິຊາການ ສັງກັດຢູ່ ຫ້ອງການຂຶ້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ຍ້ອນມີການລະເມີດລະບຽບກົດໝາຍ ວ່າດ້ວຍກໍາລັງ ປກສ ພາກທີ V ມາດຕາ 39 ຂໍ້ 01 ແລະ ຂໍ້ຫ້າມນາຍ ແລະ ພົນຕໍາຫຼວດ ມາດຕາ 06 ຂໍ້ 5, ເມີນເສີຍ ແລະ ປ່ອຍປະລະເລີຍໃຫ້ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ ເຂົ້າມາເຄື່ອນໄຫວດຳລົງຊີວິດ, ລີ້ຊ້ອນ, ພັກເຊົ່າ, ລັກລອບປະກອບອາຊີບ ແລະ ຮູບການອື່ນ ໂດຍບໍ່ໄດ້ຮັບອານຸຍາດ ໃນພື້ນທີ່ຂອງຕົນຮັບຜິດຊອບ, ຜູ້ກ່ຽວ ມີການພົວພັນກັບຄົນຕ່າງປະເທດໂດຍບໍ່ຖືກກົດໝາຍ, ເຊິ່ງເປັນສາເຫດໃຫ້ມີການແພ່ລະບາດເຊື້ອພະຍາດໂວິດ 19 (COVID-19) ຢູ່ໃນ ສປປລາວ ໃນປະຈຸບັນ, ຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 141, 244 ຜູ້ກ່ຽວພົວພັນການຫຼິ້ນການພະນັ້ນເຖື່ອນ, ພົວພັນຊື້-ຂາຍຊັບຜິດກົດຫມາຍ (ຄ້າ-ຂາຍເຖື່ອນ).

ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 1375/ກມປສ ລົງວັນທີ 07 ພຶດສະພາ 2021 ວ່າດ້ວຍການປະຕິບັດ ວິໄນ ນາຍຕຳຫຼວດ ທີ່ຂື້ນກັບ ກອງບັນຊາການ ປກສ ເມືອງ ສອງຄອນ ແຂວງສະຫວັນນະເຂດ, ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ຕົກລົງປະຕິບັດວິໄນທ່ານ ຮທ ສອນອາໄລ ໂພທິລາດ ອາຍຸ 33 ປີ, ໜ້າທີ່ຮັບຜິດຊອບວິຊາ ການ ສັງກັດຢູ່ກອງບັນຊາການ ປກສ ເມຶອງສອງຄອນ, ຂື້ນກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ, ຍ້ອນມີການກະທໍາຜິດຕໍ່ລະບຽບກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ ພາກທີ V ມາດຕາ 39 ຂໍ້ 08 ແລະ ປະມວນກົດໝາຍອາຍາມາດຕາ 141, 244, ຜູ້ກ່ຽວສວຍໃຊ້ຖານະຕໍາແໜ່ງສິດອໍານາດໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ, ພົວພັນກຸ່ມແກ້ງຄ້າ ຂາຍຢາເສບຕິດ, ຫຼິ້ນການພະນັນ ເຖື່ອນ, ຄ້າ-ຂາຍເຖື່ອນ ແລະ ຂາດສະຕິຕໍ່ການຈັດຕັ້ງ, ມີການພົວພັນກັບຄົນຕ່າງປະເທດໂດຍບໍ່ຖືກກົດໝາຍ ເຊິ່ງເປັນສາເຫດໃຫ້ມີການແຜ່ລະບາດເຊື້ອພະຍາດໂຄວິດ 19 (COVID-19) ຢູ່ໃນ ສປປລາວ ໃນປະຈຸ ບັນ.

ປະຕິບັດວິໄນ ຮອ ພູໃສ ສີສະຫວັນ ແລະ ຮທ ສອນອາໄລ ໂພທິລາດອອກຈາກກໍາລັງປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບອຸດໜູນນະໂຍບາຍໃດໆ, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຕ້ອງກັບກູ້ຊັ້ນ, ເຄື່ອງແບບ, ໝວກ, ອາວຸດ ແລະ ເຄື່ອງໝາຍຕ່າງໆ ຂອງກໍາລັງປ້ອງກັນຄວາມສະຫງົບ ນໍາຜູ້ກ່ຽວເພື່ອສົ່ງຄືນໃຫ້ການຈັດຕັ້ງທີ່ກ່ຽວຂ້ອງ, ຜູ້ທີ່ຖືກປະຕິບັດວິໄນ ຈົ່ງຮັບຮູ້ ແລະ ປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງຖືກຕ້ອງ ເຂັ້ມງວດ, ພາຍໃນ 30 ວັນ ແລ້ວລາຍງານຄື້ນໃຫ້ ກົມຈັດຕັ້ງພະນັກງານກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບຮັບຊາບ.

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...