spot_img
Homeຂ່າວຕ່າງປະເທດແພດ ແລະ ນັກສຶກສາຈໍານວນໜຶ່ງໃນມຽນມາຫຼົບໜີເຂົ້າປ່າເພື່ອເຂົ້າຮ່ວມກອງກໍາລັງຕໍ່ຕ້ານການຍຶດອໍານາດຂອງທະຫານ

ແພດ ແລະ ນັກສຶກສາຈໍານວນໜຶ່ງໃນມຽນມາຫຼົບໜີເຂົ້າປ່າເພື່ອເຂົ້າຮ່ວມກອງກໍາລັງຕໍ່ຕ້ານການຍຶດອໍານາດຂອງທະຫານ

Published on

ສໍານັກຂ່າວຈາກ CNN ຂອງສະຫະລັດອາເມລິກາໄດ້ເປີດເຜີຍວ່າ: ມີກຸ່ມຂອງແພດໝໍ, ນັກສຶກສາ ແລະ ນັກວິສະວະກອນຈໍານວນໜຶ່ງຈາກມຽນມາຫຼົບໜີເຂົ້າປ່າເພື່ອເຂົ້າຮ່ວມການຝຶກຝົນຈາກກອງກໍາລັງຂອງກຸ່ມຊາດພັນເຊັ່ນ: ອົງກອນປ້ອງກັນຕົນເອງແຫ່ງຊາດກະຫຼ່ຽງ ແລະ ກອງທັບອິດສະຫຼະພາບກະຊີ່ນ ເພື່ອປ້ອງກັນຕົນເອງຈາກທະຫານມຽນມາ. ອົງການສະຫະປະຊາຊາດບອກວ່າກຸ່ມຂອງທະຫານຍັງໄລ່ຍິງຜູ້ປະທ້ວງຕາມຫົນທາງ ແລະ ໄລ່ຈັບກຸມປະຊາຊົນທີ່ຕໍ່ຕ້ານການເຮັດລັດຖະປະຫານຕາມເຮືອນຕ່າງໆໃນຍາມກາງຄືນ.

ພົນຕີ ເນີດາ ໂບມະຍາ ຫົວໜ້າສະມາຊິກອົງກອນປ້ອງກັນຕົນເອງແຫ່ງຊາດກະຫຼ່ຽງໄດ້ເປີດເຜີຍກັບທາງສໍານັກຂ່າວ CNN ວ່າ: “ກຸ່ມຂອງຕົນເອງມີໜ້າທີ່ປ້ອງກັນຊີວິດຄົນ ແລະ ຖ້າຫາກພວກຕົນເອງບໍ່ຊ່ວຍຝຶກຝົນໃຫ້ກັບແພດ ແລະ ນັກສຶກສາກຸ່ມນີ້ ແລ້ວໃຜຈະມາຊ່ວຍເຫຼືອພວກເຂົາ” ເຊິ່ງກຸ່ມຜູ້ປະທ້ວງປະມານ 200 ຄົນທີ່ມາເຂົ້າຮ່ວມກັບອົງກອນບໍ່ເຄີຍຈັບປືນມາກ່ອນໃນຕອນທີ່ຮຽນຢູ່ ບາງຄົນກໍອາຍຸຍັງນ້ອຍ, ບາງຄົນກໍເປັນໝໍ ເປັນພະຍາບານ ຫຼື ບຸກຄະລາກອນທາງການແພດ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...

ສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

ປະກາດລາຍຊື່ 22 ນັກເຕະລາວ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ. ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ...

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ. ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ...

ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th SCO Summit) ໃນລະຫວ່າງວັນທີ 31ສິງຫາ - 1...