spot_img
Homeຂ່າວຕ່າງປະເທດມະຫາເສດຖີ ລະດັບໂລກ ບິວ ເກຣດ ປະກາດຍ່າຮ້າງກັບພັນລະຍາ

ມະຫາເສດຖີ ລະດັບໂລກ ບິວ ເກຣດ ປະກາດຍ່າຮ້າງກັບພັນລະຍາ

Published on

ບິວ ເກຣດ (Bill Gates) ມະຫາເສດຖີ ລະດັບໂລກ ຜູ້ກໍ່ຕັ້ງບໍລິສັດໄມໂຄຊ໋ອບ Microsoft ປະກາດ ຕຽມຍ່າກັບພັນລະຍາ ຫຼັງແຕ່ງງານກັນ ແລະ ໃຊ້ຊີວິດຮ່ວມກັນມາດົນເຖິງ 27 ປີ, ເຊິ່ງທັງສອງມີລູກນຳກັນ 3 ຄົນ.

ບິວ ເກຣດ ແລະ ເມລິນດາ (ພັນລະຍາ) ໄດ້ໂພສຂໍ້ຄວາມແຈ້ງ ຜ່ານແອັບທະວິດເຕີ້ (Twitter) ໃນວັນທີ 3 ພຶດສະພາ 2021 ທີ່ຜ່ານມາ ໂດຍໃນຂໍ້ຄວາມເວົ້າວ່າ: ເຮົາບໍ່ເຊື່ອວ່າຈະສາມາດຢູ່ນຳກັນດ້ວຍຖານະສາມີພັນລະຍາໄດ້ ຫຼັງຈາກໄຕ່ຕອງ ແລະ ໄດ້ພະຍາຍາມຫຼາຍເທື່ອໃນການຮັກສາຄວາມສຳພັນໄວ້ ດັ່ງນັ້ນ, ເຮົາທັງສອງຈຶ່ງຕັດສິນໃຈ ຢຸດການໃຊ້ຊີວິດຄູ່ຮ່ວມກັນໄວ້ພຽງເທົ່ານີ້.

ສຳນັກຂ່າວ ບີບີຊີ ລາຍງານວ່າ: ຍັງບໍ່ມີຂໍ້ມູນລະອຽດເຖິງການຈັດການຊັບສິນຂອງທັງຄູ່ ເຊິ່ງລວມເຖິງຫຸ້ນ ໃນບໍລິສັດ Microsoft ທີ່ ບິວ ເກຣດ ຖືຫຸ້ນຢູ່ 1,37 ສ່ວນຮ້ອຍ ແລະ ມີມູນຄ່າຫຼາຍກວ່າ 26,000 ລ້ານ ໂດລາ ສະຫະລັດ.

ປີຜ່ານມາ ບິວ ເກຣດ ໄດ້ອອກຈາກຕຳແໜ່ງກຳມະການບໍລິສັດ Microsoft ເພື່ອຫັນມາເຮັດວຽກດ້ານມູນລະນິທິ ຢ່າງເຕັມໂຕ ກັບພັນລະຍາ ເຊິ່ງມູນລະນິທິແມ່ນ ບິວ ແອນ ລິນດາ ເກຣດ ເຊິ່ງໄດ້ກໍ່ຕັ້ງແຕ່ປີ 2000 ເປັນຕົ້ນມາ.

ການແຕ່ງງານ ແລະ ໃຊ້ຊີວິດຄູ່ນັ້ນ ຂຶ້ນກັບຄົນສອງຄົນ ເມື່ອທັງສອງໄດ້ຕັດສິນໃຈແລ້ວ ຄົນອ້ອມຂ້າງກໍ່ຄວນເຄົາລົບໃນການຕັດສິນໃຈຂອງພວກເຂົາ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...