spot_img
Homeຂ່າວຕ່າງປະເທດແຟນຄລັບໄວ້ອາໄລຕະຫຼົກດັງ "ນ້າຄ້ອມ" ເສຍຊີວິດເສຍແລ້ວເພາະໂຄວິດ-19

ແຟນຄລັບໄວ້ອາໄລຕະຫຼົກດັງ “ນ້າຄ້ອມ” ເສຍຊີວິດເສຍແລ້ວເພາະໂຄວິດ-19

Published on

ກາຍເປັນຂ່າວເສົ້າຂອງວົງການບັນເທີງໄທ ເມື່ອຕະຫຼົກຊື່ດັງ “ນ້າຄ້ອມ” ໄດ້ຈາກໄປຢ່າງສະຫງົບ ເມື່ອເວລາ 7:30ນາທີ ຂອງເຊົ້າວັນທີ 30 ເມສາ 2021 ເນື່ອງຈາກມີພາວະໂຄມ່າ ເຮັດໃຫ້ອະໄວຍະວະຫຼາຍສ່ວນຫຼົ້ມເຫຼວ ລວມເຖິງການທຳງານຂອງຮ່າງກາຍ ໂດຍສະເພາະຊີບພະຈອນກັບຄວາມດັນ ຮ່າງກາຍບໍ່ຕອບສະໜອງຕໍ່ຢາ.

ນ້າຄອມ ໄດ້ປ່ວຍຕິດເຊື້ອໂຄວິດ-19 ກ່ອນທີ່ເຊື້ອຈະລາມລົງປອດ, ອາການປອດອັກເສບ, ໝາກໄຂ່ຫຼັງບໍ່ທຳງານ ຈົນຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ, ໄດ້ຟອກໝາກໄຂ່ຫຼັງ ກ່ອນຈະຍ້າຍຈາກໂຮງໝໍວິພາຣາມ ໄປຮັກສາຕົວທີ່ໂຮງໝໍ ຣາມາທິບໍດີຈັກກຣີນະຣຶບໍດິນ.

ຫຼ້າສຸດ, ເມື່ອຕອນເຊົ້າວັນທີ 30 ເມສາ 2021 ລູກສາວຂອງນ້າຄ້ອມ ໄດ້ໂພສຂໍ້ຄວາມຜ່ານທາງເຟສບຸ໊ກ ນ້າຄ້ອມ ຊວນຊື່ນ ວ່າ “ພໍ່ຫຼັບສະບາຍແລ້ວ”.

ທັງນີ້,​ ໄດ້ມີແຟນຄລັບສະແດງຄວາມເສຍໃຈຕໍ່ການຈາກໄປຂອງນ້າຄ້ອມເປັນຈຳນວນຫຼາຍ ໃນຂະນະທີ່ທະວິດເຕີໄດ້ຕິດແຮັສແທັກ ນ້າຄ້ອມ ຈົນຕິດເທຣນອັນດັບ 1 ໂດຍມີຊາວເນັດຈຳນວນຫຼາຍຮ່ວມສະແດງຄວາມອາໄລຕໍ່ການຈາກໄປຂອງນ້າຄ້ອມ.

ກະຊວງສາທາລະນະສຸກໄທ ໄດ້ລາຍງານສະພາບການລະບາດຂອງໂຄວິດ-19  ປະຈຳວັນເບື້ອງຕົ້ນໃນວັນທີ 30 ເມສາ ພົບຜູ້ຕິດເຊື້ອກໍລະນີໃໝ່ 1,583 ຄົນ ແລະ ມີຜູ້ເສຍຊີວິດ 15 ຄົນ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...