Homeສຸຂະພາບ ແລະ ສີ່ງແວດລ້ອມອ່ານດ່ວນ! ເຊື້ອພະຍາດໂຄວິດ-19 ຮອບນີ້ ອັນຕະລາຍກວ່າເກົ່າ

ອ່ານດ່ວນ! ເຊື້ອພະຍາດໂຄວິດ-19 ຮອບນີ້ ອັນຕະລາຍກວ່າເກົ່າ

Published on

ໝໍ ໂອພາກ ພຸດທະຈະເລີນ ຫົວໜ້າສູນໂລກພະຍາດຊະນິດໃໝ່ທາງເທັກນິກ ໂຮງໝໍຈຸລາລົງກອນ ສະພາ ກາຊາດໄທ (ປະເທດໄທ) ໂພສຂໍ້ຄວາມຜ່ານເຟສບຸກ Opass Putcharoen, ເຕືອນ ຄວາມຮຸນແຮງຂອງພະຍາດໂຄວິດ-19 ສາຍພັນໃໝ່ ວ່າ ເຊື້ອຮອບນີ້ອັນຕະລາຍກ່ວາເກົ່າ ຈາກ 200 ກວ່າກໍລະນີຂອງຜູ້ຕິດເຊື້ອຮອບນີ້ໃນໂຮງໝໍ.

ໂດຍທົ່ວໄປ, ຖ້າຕິດເຊື້ອຄືຮອບທຳອິດແມ່ນ 7 ມື້ໄປ ເຊື້ອຈະໜ້ອຍລົງ ເຖິງແມ່ນວ່າຈະກວດ PCR ບວກ ແຕ່ເຊື້ອຈະບໍ່ເຕີບໃຫຍ່, ແຕ່ເຊື້ອຮອບນີ້ 10 ມື້ແລ້ວ ເຊື້ອຍັງຈະເຕີບໃຫຍ່ຢູ່ ສະແດງໃຫ້ເຫັນວ່າ ເຊື້ອຈະຢູ່ໃນຮ່າງກາຍໄດ້ດົນກວ່າເກົ່າ.

ຮອບກ່ອນໆ, ບໍ່ຄອຍເຫັນໄວລຸ້ນ ຜູ້ທີ່ມີສຸຈະພາບແຂງແຮງ ເກີດເປັນປອດອັກເສບ ແຕ່ຮອບນີ້ພົບເຫັນຫຼາຍກວ່າແຕ່ກ່ອນ.

ຫຼັງຈາກທີ່ຕິດເຊື້ອໄປແລ້ວ1 ອາທິດ, ຄົນທີ່ມີຄວາມສ່ຽງຈະເກີດມີອາການຮຸນແຮງໃຫ້ເຫັນ ແຕ່ຮອບນີ້ໄວກວ່າແຕ່ກ່ອນ ບໍ່ຮອດໜຶ່ງອາທິດ ກໍເລີ່ມມີອາການຫຼາຍຂື້ນ ການອັກເສບເກີດຂື້ນຢ່າງໄວວາ ການໃຫ້ຢາຕ້ານໄວຣັສ ແລະ ຢາສະເຕີຍຣອຍ ຢາຕ້ານການອັກເສບ ຕ້ອງກຽມພ້ອມ ການບົ່ງມະຕິພະຍາດປອດອັກເສບຕ້ອງເຮັດຢ່າງໄວວາ.

ປະລິມານເຊື້ອແບັກທີເຣຍໃນດັງ ແລະ ຂີ້ກະເທີ ແມ່ນມີຫຼາຍກວ່າເກົ່າ ການຕິດເຊື້ອຈະແຜ່ລາມໄດ້ງ່າຍ ແລະ ຈະເຫັນຜູ້ປ່ວຍໜັກໃນ ICU ຫຼາຍຂື້ນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...