Homeຂ່າວທ້ອງຖິ່ນເພີ່ມທະວີຄວາມເຂັ້ມງວດ ໃນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19

ເພີ່ມທະວີຄວາມເຂັ້ມງວດ ໃນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19

Published on

ເພື່ອຮັບປະກັນການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໃນໄລຍະທີ່ມີການລະບາດແຮງເປັນວົງກວ້າງຢູ່ປະເທດໃກ້ຄຽງເຊິ່ງແຕ່ລະວັນໄດ້ມີແຮງງານລາວລັກລອບເຂົ້າເມືອງແບບຜິດກົດໝາຍຜ່ານຊ່ອງທາງຕ່າງໆ ແລະ ບໍ່ໄດ້ຜ່ານດ່ານຊາຍແດນທີ່ຄະນະສະເພາະກິດຂັ້ນແຂວງອະນຸຍາດເຊິ່ງມີຄວາມສ່ຽງສູງທີ່ຈະນໍາເອົາເຊື້ອພະຍາດເຂົ້າມາ ແຜ່ລະບາດໃນຊຸມຊົນ-ສັງຄົມ ຊຶ່ງຈະສ້າງຄວາມຫຍຸ້ງຍາກໃນການຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ແຂວງບໍລິຄໍາໄຊ. ດັ່ງນັ້ນຄະນະສະເພາະກິດຂັ້ນແຂວງຈຶ່ງອອກແຈ້ງການດັ່ງນີ້:

  1. ໃຫ້ແຕ່ລະເມືອງສືບຕໍ່ ແລະ ເພີ່ມທະວີການຈັດຕັ້ງປະຕິບັດ ແຈ້ງການຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຜ່ານມາຢ່າງເຂັ້ມງວດ ແລະ ເດັດຂາດ.
  2. ໃຫ້ທ່ານເຈົ້າເມືອງ 3 ເມືອງຄື: ເມືອງປາກຊັນ, ເມືອງທ່າພະບາດ ແລະ ເມືອງປາກກະດິງ ແຈ້ງໃຫ້ອໍານາດການປົກຄອງແຕ່ລະບ້ານ ທີ່ຕັ້ງຢູ່ລຽບຕາມແຄມແມ່ນໍ້າ ຂອງຂຶ້ນບັນຊີເຮືອກີບ, ເຮືອຈັກ ທີ່ປະຊາຊົນນໍາໃຊ້ທໍາມາຫາກິນຢູ່ຕາມລໍາແມ່ນໍ້າຂອງ ໃຫ້ເອົາເຮືອຂຶ້ນໄວ້ກ່ອນ, ບໍ່ໃຫ້ມີການເຄື່ອນໄຫວ ແລະ ມອບໃຫ້ອົງການປົກຄອງແຕ່ລະບ້ານ ຈັດຕັ້ງການຄຸ້ມຄອງຢ່າງຮັດກຸມ ຈົນກວ່າການແຜ່ລະບາດ ຂອງພະຍາດໂຄວິດ-19 ຈະຫຼຸດຜ່ອນລົງ.
  3. ໃຫ້ເຈົ້າເມືອງທຸກເມືອງ ອອກແຈ້ງການໄປຍັງບ້ານ ເພື່ອແຈ້ງໃຫ້ປະຊາຊົນທີ່ມີຍາດຕິພີ່ນ້ອງ ແລະ ລູກຫຼານ ທີ່ໄປອອກແຮງງານຢູ່ປະເທດໃກ້ຄຽງ (ປະເທດໄທ) ທີ່ພວມມີການລະບາດຂອງພະຍາດ ໂຄວິດ-19 ຫາກມີຈຸດປະສົງກັບດິນທ້ອງຖິ່ນໃຫ້ແນະນໍາເຂົາເຈົ້າເດີນທາງຜ່ານດ່ານສາກົນ ທີ່ທາງການກໍານົດ. ຫ້າມບໍ່ໃຫ້ລັກລອບເດີນທາງຂ້າມນໍ້າຂອງມາທາງເຮືອກີບ, ເຮືອຈັກ ແລະ ເຮືອຫາປາປະເພດ ຕ່າງໆຢ່າງເດັດຂາດ.

  1. ຫ້າມບໍ່ໃຫ້ພໍ່ແມ່ ຜູ້ປົກຄອງ ຫຼື ຍາດພີ່ນ້ອງ ປົກປິດ ເຊື່ອງອໍາ ຂໍ້ມູນການເຂົ້າ-ອອກ ຂອງແຮງງານທີ່ໄປເຮັດວຽກຢູ່ປະເທດໃກ້ຄຽງ (ປະເທດໄທ) ທີ່ເດີນທາງກັບທ້ອງຖິ່ນບໍ່ຖືກຕ້ອງ, ກໍລະນີ ພົບເຫັນໃຫ້ແຈ້ງຕໍ່ອໍານາດການປົກຄອງບ້ານ ແລະ ຄະນະສະເພາະກິດຂັ້ນເມືອງໂດຍດ່ວນ ເພື່ອນໍາ ເຂົ້າສູນກັກກັນ ທີ່ຄະນະສະເພາະກິດແຕ່ລະເມຶອງກໍານົດໄວ້, ຖ້າມີການຝ່າຝືນ ຫຼື ບໍ່ໃຫ້ການຮ່ວມມື ຈະຖືກປັບໄຫມ ຕາມມາດຕາ 72; 73 ແລະ ຈະຖືກດໍາເນີນຄະດີຕາມມາດຕາ 74 ຂອງກົດໝາຍວ່າ ດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ ສະບັບເລກທີ 59/ສພຊ, ລົງວັນທີ 26/12/2014.
  2. ມອບໃຫ້ ພະແນກຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຊີ້ນໍາຫ້ອງການສາຍ ຕັ້ງຂອງຕົນຢູ່ແຕ່ລະເມືອງ ເອົາໃຈໃສ່ໂຄສະນາ-ປະຊາສໍາພັນ, ປະກາດ, ແຈ້ງການຜ່ານສື່ຕ່າງໆທີ່ມີ, ເພື່ອໃຫ້ປະຊາຊົນທຸກຄົນເຂົ້າໃຈ-ເຂົ້າຮ່ວມໃນການປ້ອງກັນ-ສະກັດກັ້ນ ແລະ ເພີ່ມສະຕິ, ເພີ່ມຄວາມເປັນເຈົ້າການໃນການປ້ອງກັນການລະບາດຂອງພະຍາດໂຄວິດ – 19 ໃຫ້ໄດ້ຮັບຜົນດີ.
  3. ມອບໃຫ້ກອງບັນການ ປກຊ ແລະ ປກສ ແຂວງ ຊີ້ນໍາກອງບັນຊາການປກຊ-ປກສ ເມືອງ ແລະ ທະຫານຊາຍແດນ ເພີ່ມທະວີການກວດກາລາດຕະເວນ ການເຂົ້າ-ອອກ ຂອງພົນລະເມືອງ ຕາມລໍາແມ່ນ້ຳຂອງ, ຖ້າພົບເຫັນຜູ້ລະເມີດໃຫ້ດໍາເນີນຕາມລະບຽບ-ກົດໝາຍຢ່າງເຂັ້ມງວດ.
  4. ມອບໃຫ້ ທ່ານເຈົ້າເມືອງ ແຕ່ງຕັ້ງມອບໝາຍໃນຄະນະໃຫ້ມີຜູ້ປະຈໍາການ ຕິດຕາມຕະຫຼອດ 24 ຊົ່ວໂມງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດດ້ວຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...