Homeຂ່າວທ້ອງຖິ່ນຄຳສັ່ງດ່ວນ! ໃຫ້ກັກບໍລິເວນບຸກຄົນທີ່ມີປະຫວັດການພົວພັນ ແລະ ສຳພັດກັບຜູ້ທີ່ຖືກກັກຕົວ ຈາກສູນຫຼັກ 21 ເມືອງປະທຸມພອນ, ແຂວງຈໍາປາສັກ

ຄຳສັ່ງດ່ວນ! ໃຫ້ກັກບໍລິເວນບຸກຄົນທີ່ມີປະຫວັດການພົວພັນ ແລະ ສຳພັດກັບຜູ້ທີ່ຖືກກັກຕົວ ຈາກສູນຫຼັກ 21 ເມືອງປະທຸມພອນ, ແຂວງຈໍາປາສັກ

Published on

  • ອີງຕາມ ຄຳແນະນຳຂອງຄະນະສະເພາະກິດຂັ້ນສູນກາງເລກທີ 3443/ສພາ, ລົງວັນທີ 12 ເມສາ 2021
  • ອີງຕາມ ບົດລາຍງານຂອງພະແນກສາທາລະນະສຸກແຂວງ ສະບັບເລກທີ 357/ສທຂ.ສວ, ລົງວັນທີ 15 ເມສາ 2021,​ ເຈົ້າແຂວງສາລະວັນ ອອກຄຳສັ່ງດັ່ງນີ້:
  1. ໃຫ້ຄະນະສະເພາະກິດປ້ອງກັນໂຄວິດ-19 ຂັ້ນແຂວງ ສົມທົບກັບອົງການປົກຄອງເມືອງສາລະວັນ, ເລົ່າງາມ, ຄົງເຊໂດນ, ເມືອງລະຄອນເພັງ ແລະ ຄະນະສະເພາະກິດຂຶ້ນເມືອງ – ພາກສ່ວນກ່ຽວຂ້ອງເອົາໃຈໃສ່ເຂັ້ມງວດ ໃນການກັກບໍລິເວນ ບຸກຕົ້ນທີ່ມີປະຫວັດການພົວພັນ ແລະ ສຳຜັດກັບຜູ້ທີ່ຖືກຕົວກັບຈາກສູນຫຼັກ 21 ເມືອງປະທຸມພອນ ແຂວງຈຳປາສັກ ໃນຄັ້ງວັນທີ 11 ເມສາ 2021 ໃຫ້ຢູ່ໃນຈຸດຈຳກັດບໍລິເວນໃດໜຶ່ງຂອງເມືອງ – ເຮືອນຊານ ( ມອບໃຫ້ຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນເມືອງສົມທົບກັບຄົ້ນຄວ້າ).
  1. ໃຫ້ອົງການປົກຄອງເມືອງສາລະວັນ, ເລົ່າງາມ, ຄົງເຊໂດນ ແລະ ເມືອງລະຄອນເພັງ ແຈ້ງອົງການປົກຄອງບ້ານ, ຄອບຄົວຜູ້ປົກຄອງ, ພວກກ່ຽວ ໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບສະພາບການລະບາດ ພ້ອມທັງຈັດຕັ້ງກຳລັງ ແລະ ທີມງານແພດໝໍລົງຕິດຕາມເປັນປົກກະຕິໃນແຕ່ລະວັນ ແລະ ລາຍງານມາຍັງຂັ້ນເທິງຮັບຊາບຢ່າງເປັນປົກກະຕິ.​

3. ກໍານົດເວລາໃນການກັກບໍລິເວນ ແມ່ນເລີ່ມແຕ່ວັນທີ 15 ເມສາ 2021 ເປັນຕົ້ນໄປ ຈົນກວ່າຈະໄດ້ຮັບຜົນກວດທີ່ຊັດເຈນ ຈາກສູນຫຼັກ 21 ເມືອງປະທຸມພອນ ແຂວງຈຳປາສັກ.

4. ໃຫ້ຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ ແລະ ເຈົ້າເມືອງ 4 ເມືອງເອົາໃຈໃສ່ ຕິດຕາມການເຂົ້າ – ອອກເມືອງ ພ້ອມທັງປະສານສົມທຶນກັບສູນຫຼັກ 21 ເມືອງປະທຸມພອນ ແຂວງຈຳປາສັກ ຢ່າງເປັນປົກກະຕິ. ດັ່ງນັ້ນ, ຈຶ່ງອອກຄຳສັ່ງດ່ວນສະບັບນີ້ຍັງທ່ານ ເພື່ອຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ດັ່ງນັ້ນ, ຈຶ່ງອອກຄຳສັ່ງດ່ວນສະບັບນີ້ຍັງທ່ານ ເພື່ອຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...