spot_img
Homeຂ່າວຕ່າງປະເທດກອງກໍາລັງຄວາມໝັ້ນຄົງຂອງມຽນມາໃຊ້ປືນຍິງທີມແພດ ແລະ ຜູ້ປະທ້ວງ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ

ກອງກໍາລັງຄວາມໝັ້ນຄົງຂອງມຽນມາໃຊ້ປືນຍິງທີມແພດ ແລະ ຜູ້ປະທ້ວງ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ

Published on

ເມື່ອວັນທີ 15 ເມສາ 2021 ສໍານັກຂ່າວຕ່າງປະເທດລາຍງານວ່າ: ກອງກໍາລັງຄວາມໝັ້ນຄົງຂອງມຽນມາໄດ້ໃຊ້ປືນຍິງໃສ່ຜູ້ປະທ້ວງທີ່ເປັນບຸກຄະລາກອນທາງການແພດຈົນມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດໃນເມືອງມັນທະເລ.

ໃນການປະທ້ວງໃນຄັ້ງນີ້ມີບຸກຄະລາກອນທາງການແພດຈໍານວນໜຶ່ງໄດ້ມີການປະທ້ວງຕໍ່ຕ້ານການເຮັດລັດຖະປະຫານ ແຕ່ເຖິງຢ່າງໃດກໍຕາມກອງກໍາລັງຄວາມໝັ້ນຄົງຂອງມຽນມາໄດ້ໃຊ້ອາວຸດປືນຍິງໄປທີ່ກຸ່ມຜູ້ປະທ້ວງເພື່ອບໍ່ໃຫ້ມີການຊຸມນຸມ ລວມທັງມີການຈັບໂຕຜູ້ປະທ້ວງ ແລະ ບຸກຄະລາກອນທາງການແພດເຊັ່ນກັນ.

ເຖິງແມ່ນວ່າໃນຂະນະນີ້ມຽນມາຈະຢູ່ໃນຊ່ວງວັນພັກປີໃໝ່ ຫຼື ເອີ້ນວ່າ “ຕະຈານ” ເຊິ່ງເລີ່ມນັບຕັ້ງແຕ່ວັນອັງຄານທີ່ຜ່ານມາ ແຕ່ກຸ່ມຜູ້ປະທ້ວງຝ່າຍປະຊາທິປະໄຕໃນມຽນມາຈໍານວນຫຼາຍໄດ້ຍົກເລີກການສະເຫຼີມສະຫຼອງ ແລະ ມຸ່ງນັ້ນໄປທີ່ການຕໍ່ຕ້ານການລັດຖະປະຫານຂອງກອງທັບມຽນມາ.

ກຸ່ມນັກເຄື່ອນໄຫວ ສະມາຄົມຊ່ວຍເຫຼືອນັກໂທດການເມືອງ ໄດ້ເປີດເຜີຍວ່າໃນຂະນະນີ້ກອງກໍາລັງຄວາມໝັ້ນຄົງຂອງມຽນມາໄດ້ສັງຫານຜູ້ປະທ້ວງໄປຫຼາຍກວ່າ 715 ຄົນ ນັບຕັ້ງແຕ່ທີ່ມີການລັດຖະປະຫານໃນມຽນມາ.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...