Homeຂ່າວທ້ອງຖິ່ນສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ຄົນທີ່ແຂວງຈຳປາສັກ

ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ຄົນທີ່ແຂວງຈຳປາສັກ

Published on

ອີງຕາມການຖະແຫຼງຂ່າວຈາກຄະນະສະເພາະກິດຄວບຄຸມໂຄວິດ-19 ໃນວັນທີ 14 ເມສາ 2021 ໃຫ້ຮູ້ວ່າ ມາຮອດປັດຈຸບັນ ສປປ ລາວ ພົບກໍລະນີທີ 53 ເພດຍິງ, ອາຍຸ: 25 ປີ, ສັນຊາດ: ລາວ, ອາຊີບ: ຂາຍອາຫານຕາມສັ່ງຢູ່ເຂດຫົວລຳໂພງ,​ ກຸງເທບ, ປະເທດໄທ ສະພາບໂດຍລວມຜູ້ກ່ຽວບໍ່ມີພະຍາດປະຈຳຕົວ ມີສຂະພາບແຂງແຮງດີ ເຊິ່ງລາຍລະອຽດມີດັ່ງນີ້:

  • ໃນວັນທີ 7 ເມສາ 2021 ຜູ້ກ່ຽວເດີນທາງມາ ສປປ ລາວ ຜູ້ດຽວ ດ້ວຍລົດໂດຍສານສະຖານີ ໝໍສິດ ປະເທດໄທ  ຈາກນັ້ນກໍ່ເດີນທາງມາເວລາ ປະມານ 19:00 ໂມງ ຂອງວັນດຽວກັນ
  • ວັນທີ 8 ເມສາ 2021 ເດີນທາງມາຮອດດ່ານວັງເຕົ່າ ແຂວງ ອຸບົນຣາຊະທານີ  ແລະ ນັ່ງລໍຖ້າລົດຈົນຮອດ 7:30 ໂມງຕອນເຊົ້າຈຶ່ງຂ້າມດ່ານເຂົ້າມາ ສປປ ລາວ ແລະ ໃ່ສ່ຜ້າອັດປາກຕະຫຼອດໄລຍະການເດີນທາງ ແລະ ຫຼັງຈາກນັ້ນກໍ່ເຂົ້າກວດເກັບຕົວຢ່າງສົ່ງກວດໃນຕອນເຊົ້າ ແລະ ໃນຕອນບ່າຍກໍຖືກສົ່ງຕົວມາຕິດຕາຢູ່ຫຼັກ 21 ເມືອງປະທຸມພອນ ເຊິ່ງເປັນສູນແຂວງຈຳປາກສັກ.
  • ຫຼັງຈາກນັ້ນ, ວັນທີ 8-13 ເມສາ 2021 ຜູ້ກ່ຽວໄດ້ນອນຢູ່ສູນຫຼັກ 21 ຮ່ວມກັບ 18 ຄົນ ເຊິ່ງເປັນເພດຍິງທັງໝົດ ແລະ ເວລາກິນເຂົ້າຜູ້ກ່ຽວໄດ້ແຍກກິນຕ່າງຫາກ.
  • ວັນທີ 13 ເມສາ 2021 ເວລາ 14:00ໂມງ ຜົນກວດຢັ້ງຢືນວ່າຜູ້ກ່ຽວຕິດເຊື້ອໂຄວິດ-19 ຜູ້ກ່ຽວຈຶ່ງຖືກຍ້າຍໄປປິ່ນປົວທີ່ສູນໂພນທອງແຂວງຈຳປາສັກ.
  • ແລະ ຜູ້ສຳພັດໃກ້ຊິດທັງ 18 ຄົນທີ່ນອນຫ້ອງດຽວກັນແມ່ນໄດ້ເກັບຕົວຢ່າງມາກວດທີ່ໂຮງໝໍແຂວງຈຳປາສັກ ທັງໝົດແມ່ນຜົນລົບ ແຕ່ທາງພວກກ່ຽວຍັງຕ້ອງສືບຕໍ່ຕາມໃຫ້ຄົບ 14 ວັນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...