Homeຂ່າວທ້ອງຖິ່ນພິທີແຫ່ຊ້າງຮຽງເກີຍຕາມປະເພນີໂອກາດປີໃໝ່ລາວ

ພິທີແຫ່ຊ້າງຮຽງເກີຍຕາມປະເພນີໂອກາດປີໃໝ່ລາວ

Published on

ວັນທີ 13 ເມສາ 2021 ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ຈັດພິທີແຫ່ຊ້າງຮຽງເກີຍຕາມປະເພນີໂອກາດປີໃໝ່ລາວ. ຂະບວນແຫ່ຊ້າງຮຽງເກີຍເປັນກິດຈະກຳໜຶ່ງ ທີ່ຊາວນະຄອນ ຫຼວງພະບາງ ເມືອງມລະດົກໂລກ ຈັດຂຶ້ນເປັນປະຈຳທຸກປີ ກ່ອນໜ້າກາດບຸນປີໃໝ່ລາວ ແຂວງຫຼວງພະບາງ.

ຂະບວນແຫ່ໄດ້ເລີ່ມຕົ້ນຈາກເດີ່ນທາດຫຼວງ ມາຮຽງເກີຍຢູ່ວັດໃໝ່ສຸວັນນະພູມມາລາມ, ຈາກນັ້ນ ໄດ້ແຫ່ໄປຮຽງເກີຍຢູ່ວັດຊຽງທອງ ພ້ອມທັງຈັດພິທີບາສີຊ້າງຢູ່ເກີຍຕາມຮີດຄອງປະເພນີ, ສະເພາະປີນີ້ ມີຊ້າງເຂົ້າຮ່ວມຂະບວນແຫ່ ທັງໝົດ 3 ເຊືອກ ເຊີ່ງນໍາໜ້າໂດຍນາງພະຍາຊ້າງເຜືອກ ຄຳແກ້ວ ມີ່ງເມືອງລາວ. ທ່ານ ສົມລິດ ບຸບຜາປັນຍາ ພະນັກງານບຳນານ ອະດີດຮອງຫົວໜ້າ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໃນນາມຜູ້ອາວຸໂສຮັບຊອບພິທີ ໃຫ້ຮູ້ວ່າ: ການແຫ່ຊ້າງຮຽງເກີຍ ແມ່ນເປັນປະເພນີອັນດີງາມ ທີ່ຊາວຫຼວງພະບາງ ໄດ້ພ້ອມກັນສືບທອດມາແຕ່ດຶກດຳບັນ ເພາະ “ຊ້າງ“ ເປັນສັດໃຫຍ່ຄູ່ບ້ານ ຄູ່ເມືອງລາວ, ໃນປາງສົງຄາມ ຄົນສ່ວນໃຫຍ່ໄດ້ນໍາໃຊ້ຊ້າງເປັນພາຫະນະສູ້ຮົບ ຄຳວ່າ: “ຮຽງ“ ໝາຍເຖິງ ທຽບ, ຕິດ, ແປະ ຍັບເຂົ້າໃສ່ກັນ ແລະຄຳວ່າ “ເກີຍ“ ແມ່ນຄຳສັບທີໄດ້ມາຈາກພາສາກືມມຸ ທີໝາຍເຖິງ ລະບຽງ, ເຊຍ ຫຼື ຊານ ຂອງເຮືອນທີຍົກໃຫ້ສູງຂຶ້ນ. ພໍເຖີງໄລຍະບຸນປີໃໝ່ລາວ ເພີ່ນຈະນຳເອົາຊ້າງມາສັ່ງສອນຢູ່ກັບເກີຍ ເພື່ອໃຫ້ຊ້າງຮູ້ຄວາມ ແລະເຊື່ອຟັງຄວາມຂອງເຈົ້ານາຍ ບໍ່ໃຫ້ຫຼົງໄຫຼກັບຄຳເວົ້າຂອງຄົນອື່ນ ອີກດ້ານໜຶ່ງແມ່ນເພື່ອສະແດງຄວາມຮູ້ບຸນຄຸນແກ່ຊ້າງ.

ການຈັດພິທີຄັ້ງນີ້ ເປັນການປົກປັກຮັກສາຮີດຄອງປະເພນີ, ວັດທະນະທຳ ອັນດີງາມຂອງຊາວຫຼວງພະບາງ ແລະເປັນກິດຈະກຳໜື່ງ ໃນສະເຫຼີມ ສະຫຼອງ ບຸນກຸດສົງການປີໃໝ່ລາວ ປະຈຳ ພສ 2564 ທັງເປັນການສົ່ງເສີມການທ່ອງທ່ຽວ ລາວທ່ຽວລາວ ແນໃສ່ດຶງດູດເອົານັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວຊົມຫຼວງພະບາງນັບມື້ນັບຫຼາຍຂຶ້ນ. ເຊີ່ງປີນີ້ ເຫັນວ່າມີບັນຍາກາດດີກ່ວາປີຜ່ານມາ ເພາະປີຜ່ານມາຄະນະຮັບຜິດຊອບຈັດງານບຸນ ໄດ້ງົດທຸກກິດຈະກຳ ໃນງານສະເຫຼີມສະຫຼອງບຸນປີໃໝ່ລາວ ເພື່ອຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ-19.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...