Homeຂ່າວທ້ອງຖິ່ນເພີ່ມທະວີການປະຕິບັດບັນດາມາດຕະຖານປ້ອງກັນ, ຄວມຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດໂຄວິດ-19

ເພີ່ມທະວີການປະຕິບັດບັນດາມາດຕະຖານປ້ອງກັນ, ຄວມຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດໂຄວິດ-19

Published on

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ມີການປະເມີນຄວາມສ່ຽງຂອງຜູ້ຕິດເຊື້ອໃຫມ່ກໍລະນີຢັ້ງຢືນທີ 50 ທີ່ມີປະຫວັດສໍາຜັດໃກ້ຊິດກັບຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ບໍ່ຖືກກົດຫມາຍຈາກປະເທດໃກ້ຄຽງ ທີ່ມີລາຍງານການລະບາດຮອບໃຫມ່ ໃນເດືອນເມສາ 2021 ເຊິ່ງປະເທດດັ່ງກ່າວ ມີລາຍງານຜູ້ຕິດເຊື້ອໃຫມ່ ໃນຊຸມຊົນເພິ່ມຂຶ້ນຫຼາຍຮ້ອຍຄົນຕໍ່ມື້ ແລະ ແຜ່ກະຈາຍໄປຍັງຫຼາຍແຂວງໃນຂອບເຂດທົ່ວປະເທດ. ຕໍ່ກັບ ສະພາບການດັ່ງກ່າວ, ທີມງານວິຊາການ ກົມຄວບຄຸມພະຍາດຕິດຕໍ່/ສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ສົມທົບກັບທີມງານພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ເພື່ອສອບສວນຜູ້ສໍາຜັດໃກ້ຊິດທັງຫມົດ ພ້ອມທັງເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ເຊິ່ງຜົນກວດກໍ່ໃຫ້ຜົນລົບທັງຫມົດ ແຕ່ເນື່ອງຈາກຕາມປະຫວັດການ ເຄື່ອນໄຫວ ຂອງຜູ້ກ່ຽວນັ້ນອາດຈະມີບຸກຄົນທີ່ສໍາຜັດໃກ້ຊິດຫຼາຍກວ່າຈໍານວນທີ່ຄົ້ນພົບໃນຂະນະນີ້.

ເພື່ອເປັນການເພີ່ມທະວີການຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ໃນໄລຍະປີໃຫມ່ລາວນີ້ ຄະນະສະເພາະກິດຈຶ່ງອອກຄໍາແນະນໍເພິ່ມເຕິມ ດັ່ງລຸ່ມນີ້:

  1. ສືບຕໍ່ປະຕິບັດແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ເລກທີ 308/ຫສນຍ, ລົງວັນທີ 31 ມີນາ 2021 ຢ່າງເຂັ້ມງວດ
  2. ມອບໃຫ້ກະຊວງສາທາລະນະສຸກເອົາໃຈໃສ່: ສົມທົບກັບຄະນະສະເພາະກິດນະຄອນຫຼວງ ສືບຕໍ່ເຝົ້າລະວັງ, ຕິດຕາມ ແລະ ຊອກຄົ້ນຫາຜູ້ສາຜັດໃກ້ຊິດກັບຜູ້ຕິດເຊື້ອໃຫມ່ຢ່າງເຂັ້ມງວດ, ກວດຄືນຄວາມພ້ອມທາງດ້ານ ບຸກຄະລາກອນ, ສະຖານທີ່ຮອງຮັບຄົນເຈັບ, ອຸປະກອນການແພດ ແລະ ຢາປິ່ນປົວ; ສຸມໃສ່ ປະຕິບັດແຜນການສັກຢາກັນພະຍາດ COVID-19 ໃຫ້ບັນລຸຕາມເປົ້າຫມາຍ ແຕ່ນີ້ ຮອດທ້າຍເດືອນເມສາ, ໃຫ້ສະຖານທີ່ບໍລິການສາທາລະນະສຸກ ໃນຂອບເຂດທົ່ວປະເທດ ຈັດຕັ້ງປະຕິບັດການສັກຢາກັນພະຍາດ COVID-19 ໃຫ້ແກ່ກຸ່ມເປົ້າຫມາຍ ໃນໄລຍະປີໃຫມ່ລາວ;
  3. ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ອອກແຈ້ງການປິດຊົ່ວຄາວ ສະຖານທີ່ບັນເທິງ, ຄາຣາ – ໂອເກະ ແລະ ຮ້ານກິນດື່ມຕະຫຼອດເດືອນເມສາ;
  4. ຢຸດຊົ່ວຄາວການສ້າງສັນ, ພົວພັນແບບໃກ້ຊິດຕິດແທດ ເຊັ່ນ: ການຊຸມແຊວທີ່ບໍ່ສາມາດຮັກສາໄລຍະຫ່າງ 1 ແມັດ ແລະ ມີຄວາມສ່ຽງຕໍ່ການຕິດເຊື້ອ;
  5. ຖ້າບໍ່ມີຈໍາເປັນແມ່ນ ໃຫ້ຫຼີກລຽງການເດີນທາງ ໃນໄລຍະບຸນປີໃຫມ່ລາວ ເພື່ອຫຼີກລຽງການແຜ່ລະບາດຂອງພະຍາດ;
  6. ມອບໃຫ້ກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທ້ອງຖິ່ນ ກວດກາຄວາມສະຫງົບ, ຕິດຕາມ – ເຂັ້ມງວດກວດຂັນຕາມຊາຍແດນ ເພື່ອບໍ່ໃຫ້ມີການລັກລອບເຂົ້າເມືອງ;
  7. ມອບໃຫ້ຄະນະສະເພາະກິດ ແຕ່ລະຂັ້ນ ສົມທົບກັບຂະແຫນງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນຕ່າງໆສືບຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ເພິ່ມທະວີຄວາມເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດວາງອອກໃນແຕ່ລະໄລຍະຢ່າງເຂັ້ມງວດ ເປັນຕົ້ນການຮັກສາໄລຍະຫ່າງທາງສັງຄົມ, ລ້າງມືດ້ວຍນ້ໍາສະອາດໃສ່ສະບຸ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດອຸຫະພູມ ແລະ ອະນາໄມສະຖານທີ່, ພ້ອມນີ້ ກໍ່ໃຫ້ເປັນເຈົ້າການຕິດຕາມຜູ້ທີ່ເຂົ້າປະເທດເຮົາ ແບບຜິດກົດຫມາຍ ແລະ ໄປເຄື່ອນໄຫວໃນຊຸມຊົນຕ່າງໆ ແລະ ແຈ້ງໃຫ້ອົງການປົກຄອງທ້ອງຖິ່ນຊາບ ເພື່ອດໍາເນີນແກ້ໄຂຕາມລະບຽບການຕ່າງໆທີ່ກໍານົດໄວ້.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະປະຕິບັດຄຳແນະນຳຈັດຕັ້ງປະຕິບັດ ຄຳແນະນຳເພີ່ມເຕີມສະບັບນີ້ຢ່າງເຂັ່ມງວດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...