Homeຂ່າວຕ່າງປະເທດຄັ້ງທໍາອິດຂອງໂລກ!! ຍິງຊາວຍີ່ປຸ່ນໄດ້ຮັບການປ່ຽນປອດໃໝ່ ຫຼັງຈາກທີ່ປອດເກົ່າໄດ້ຮັບຄວາມເສຍຫາຍຈາກໂຄວິດ-19

ຄັ້ງທໍາອິດຂອງໂລກ!! ຍິງຊາວຍີ່ປຸ່ນໄດ້ຮັບການປ່ຽນປອດໃໝ່ ຫຼັງຈາກທີ່ປອດເກົ່າໄດ້ຮັບຄວາມເສຍຫາຍຈາກໂຄວິດ-19

Published on

ຍິງຊາວຍີ່ປຸ່ນທີ່ຕິດພະຍາໂຄວິດ-19 ໄດ້ຮັບການປ່ຽນຖ່າຍປອດຈາກຜູ້ບໍລິຈາກທີ່ຍັງມີຊີວິດຢູ່ ແລະ ຖືວ່າເປັນຄັ້ງທໍາອິດຂອງໂລກ ທີ່ລາວຍັງສາມາດກັບໄປໃຊ້ຊີວິດໄດ້ປົກກະຕິໄດ້ພາຍໃນໄລຍະເວລາ 3 ເດືອນ.

ຍິງຄົນນີ້ໄດ້ຖືກຜ່າຕັດປ່ຽນຖ່າຍປອດຈາກທີມໝໍໃນໂຮງໝໍກຽວໂຕ ໂດຍປອດທັງສອງຂ້າງຂອງຍິງຄົນນີ້ໄດ້ຮັບຄວາມເສຍຫາຍຮຸນແຮງຈາກການຕິດເຊື້ອໂຄວິດ-19 ໃນຊ່ວງກາງປີ 2020 ທີ່ຜ່ານມາ.

ທີມໝໍທີ່ຜ່າຕັດໄດ້ກ່າວວ່າ: ການຜ່າຕັດໃນຄັ້ງນີ້ແມ່ນການຜ່າຕັດປ່ຽນຖ່າຍປອດຄັ້ງທໍາອິດຂອງໂລກ ທີ່ໄດ້ຮັບບໍລິຈາກປອດຂອງຄົນທີ່ຍັງມີຊີວິດຢູ່ ເຊິ່ງໂດຍປົກກະຕິແລ້ວຜູ້ປ່ວຍທີ່ປອດໄດ້ຮັບຄວາມຄວາມເສຍຫາຍຈາກໂຄວິດ-19 ມັກຈະໄດ້ຮັບບໍລິຈາກປອດ ຈາກຜູ້ທີ່ເສຍຊີວິດຍ້ອນມີອາການສະໝອງຕາຍ ແຕ່ໃນກໍລະນີນີ້ແມ່ນໄດ້ຮັບບໍລິຈາກຈາກຄົນທີ່ຍັງມີຊີວິດຢູ່.

ໃນກໍລະນີຂອງຍິງຊາວຍີ່ປຸ່ນຄົນນີ້ມີອາການຫາຍໃຈຍາກກ່ອນທີ່ອາການຈະຮຸນແຮງຂື້ນ ຍິງຄົນນີ້ຕ້ອງໄດ້ໃຊ້ເຄື່ອງຊ່ວຍຊີວິດທີ່ເຮັດໜ້າທີ່ເປັນປອດທຽມດົນກວ່າ 3 ເດືອນ. ໝໍບອກວ່າເຖິງລາວຈະເຊົາຈາກການເປັນພະຍາດໂຄວິດ-19 ແລ້ວແຕ່ປອດຂອງລາວກໍບໍ່ກັບມາເປັນຄືເກົ່າ ທາງທີມແພດເລີຍສະເໜີທາງເລືອກດຽວໃຫ້ລາວກໍຄື: ການປ່ຽນຖ່າຍປອດໃໝ່ ໂດຍຜົວ ແລະ ລູກຂອງລາວຈຶ່ງໄດ້ອາສາບໍລິຈາກປອດໃຫ້ກັບຍິງຄົນດັ່ງກ່າວ, ເຊິ່ງຜົວບໍລິຈາກປອດເບື້ອງຊ້າຍ ແລະ ລູກຊາຍບໍລິຈາກປອດເບື້ອງຂວາ.

ໃນຕອນນີ້ທີມແພດໄດ້ຄາດວ່າອີກສອງເດືອນຍິງຄົນດັ່ງກ່າວກໍຈະສາມາດອອກໂຮງໝໍໄດ້ ແລະ ກັບມາໃຊ້ຊີວິດປົກກະຕິໃນອີກສາມເດືອນຂ້າງໜ້າ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...