Homeສຸຂະພາບ ແລະ ສີ່ງແວດລ້ອມ8 ສະໝຸນໄພ ຊ່ວຍເບິ່ງແຍງສຸຂະພາບໃນ ລະດູໜາວ

8 ສະໝຸນໄພ ຊ່ວຍເບິ່ງແຍງສຸຂະພາບໃນ ລະດູໜາວ

Published on

15

ລະດູ​ໜາວ ໃກ້​ຈະ​ມາ​ຮອດ​ແລ້ວ ຫລາຍໆ​ຄົົນທີ່​​ມັກ​ລະດູ​ການ​ນີ້ ​ເພາະ​ວ່າ​ອາ​ກາດ​ບໍ່​ຮ້ອນ ​ແລະ ​ເຢັນ​ສະບາຍ ແຕ່​ບາງ​ຄົົນທີ່​ມັກ​ໜາວ​ກໍ​ບໍ່​ມັກ​ອາ​ກາດ​ເຢັນໆ​ເຊັ່ນ​ກັນ ມື້​ນີ້​​ມີ​ວິທີ​ກຽມ​ໂຕ​ກ່ອນ​ເຂົ້າ​ລະດູ​ໜາວ​ງ່າຍໆ​ມາ​ຝາກ​ກັນ​ ໂດຍ​ການ​ໃຊ້​ສະ​ໝຸນ​ໄພ​ຂອງ​ບ້ານເຮົາ​ນີ້​ເອງ ສາມາດ​ຊ່ວຍ​ແກ້​ໜາວ ແລະ ​ຊ່ວຍ​ປັບ​ສົມ​ດຸນ​ຂອງ​ທາດ​ຕ່າງໆ​ໃນ​ຮ່າງກາຍ​ຂອງ​ເຮົາ​ໄດ້​ນໍາອີກ​

ຕາມ​ຫລັກ​ທິດສະດີ​ຂອງ​ໝໍ​ພື້ນເມືອງກ່າວ​ໄວ້​ວ່າ ຮ່າງກາຍ​ຂອງ​ຄົນ​ເຮົາ​ມີ​ທາດ​ເປັນ​ອົງ​ປະກອບ​ນຳກັນ​ທັງ​ໝົດ 8 ທາດ ໄດ້​ແກ່ ດິນ ນ້ຳ ລົມ ໄຟ ແລະ ​ອາການ​ເຈັບ​ປ່ວຍ​ຂອງ​ຄົນ​ເຮົາ ມັກ​ຈະ​ຂຶ້ນ​ຢູ່​ກັບ​ການ​ເສຍ​ສົມ​ດຸນ​ຂອງ​ທາດ​ນັ້ນໆ ສ່ວນ​ໃຫຍ່​ການ​ເຈັບ​ປ່ວຍ​ໃນ ລະດູ​ໜາວ ມັກ​ຈະ​ກ່ຽວກັບ​ທາດ​ນ້ຳ​ໃນ​ຮ່າງກາຍ​ທີ່​ເກີດ​ການ​ເສຍ​ສົມ​ດຸນ​ຮ່າງກາຍ​ຈະ​ເກີດ​ອາການ​ທີ່​ພົບ​ເລື້ອຍໆ ຄື ອາການ​ເຈັບ​ຄໍ ແສບ​ຄໍ ມີ​ຂີ້ກະເທີ ອາການ​ດັ່ງ​ກ່າວ​ເກີດ​ຈາກ​ກຸ່ມ​ອາການ​ຂອງ​ພະຍາດ​ລະບົບ​ທາງເດີນ​ຫາຍ​ໃຈ ຄົນບ້ານເຮົາ​ຈຶ່ງ​ມີ​ວິທີ​ການ​ເບິ່ງແຍງ​ສຸຂະພາບ​ໃນ​ລະດູ​ໜາວ​ດ້ວຍ​ການ​ປັບ​ໃຊ້​ໂດຍ​ການ​ນຳ​ເອົາ​ສະ​ໝຸນ​ໄພ​ເພື່ອ​ປ້ອງ​ການ​ການ​ແກ້​ໜາວ​ເພາະ​ເປັນ​ສະ​ໝຸນ​ໄພ​ທີ່​ຫາ​ຊື້​ໄດ້​ງ່າຍ​ຕາມ​ຕະຫລາດ ຫລື ​ບາງ​ເຮືອນ​ກໍ​ມີ​ປູກ​ໄວ້​ໃນ​ເຮືອນ​ຂອງ​ຕົນເອງ ການ​ປັບ​ສົມ​ດຸນ​ຂອງ​ທາດ​ນ້ຳ ມີ​ດັ່ງ​ຕໍ່ໄປນີ້

  1. ໝາກເພັດ ​ມີ​ສານ​ແຄບ​ໄຊ​ຊິນ (capsaicin) ຈະ​ເຮັດໃຫ້​ຊ່ວຍ​ໃນ​ການ​ໄຫລ​ວຽນ​ຂອງ​ເລືອດ​ໃນ​ຮ່າງກາຍ​ຂອງ​ເຮົາ ແລະ ​ຊ່ວຍ​ໃນ​ການ​ທີ່​ຈະ​ເຮັດໃຫ້​ເກີດ​ຄວາມ​ເຢັນ​ບໍລິເວນ​ປາຍ​ນິ້ວ​ມື ແລະ ນິ້ວ​ຕີນຫ​ລຸດ​ລົງ
  2. ກະ​ທຽມ ຈະ​ຊ່ວຍ​ເພີ່ມ​ການ​ໄຫລ​ວຽນ​ຂອງ​ເລືອດ ໂດຍ​ສະເພາະ​ບໍລິເວນ​ຜິວ​ໜັງ ສາມາດ​ນຳ​ມາ​ປຸງ​ເປັນ​ອາຫານ​ ຫລື ກິນ​ສົດໆ ໄດ້​ທັນທີ
  3. ຂີງ ເຊິ່ງ​ມີ​ສານ​ ຈິງ​ເກີ​ຣອນ (gingerol) ເຊິ່ງ​ຈະ​ຊ່ວຍ​ຫລຸດ​ໂຄ​ເລດ​ເຕີ​ລໍ​ຊະນິດ​ທີ່​ບໍ່​ດີ​ໃນ​ຮ່າງກາຍ ແລະ ​ຊ່ວຍ​ເຮັດໃຫ້​ຫລອດ​ເລືອດ​ບໍ່​ແຂງ​ໂຕ
  4. ຂ່າ ຈະ​ມີ​ປະໂຫຍດ​ໃນ​ການ​ບຳ​ລຸງ​ທາດ​ໄຟ ແລະ ​ຊ່ວຍ​ຍ່ອຍ​ອາຫານ​ແຖມ​ຍັງ​ຊ່ວຍ​ແກ້​ອາການ​ປຸ້ນທ້ອງຮາກ ຊ່ວຍ​ຫລຸດ​ຂີ້ກະເທີ ບຳ​ລຸງ​ຮ່າງກາຍ ​ແລະ ​ຍັງ​ຊ່ວຍ​ເພີ່ມ​ການ​ໄຫລ​ວຽນ​ຂອງ​ເລືອດ ເປັນ​ສະ​ໝຸນ​ໄພ​ຕ້ານ​ມະ​ເຮັງນໍາ​ອີກ​
  5. ຫວານຫົດເປັນ​ພືດ​ທີ່​ມີ​ລົດ​ຮ້ອນ ເຊິ່ງ​ມີ​ວິ​ຕາ​ມິນ​ເອ ບີ12 ແລະ ​ຍັງມີ​ແຄ​ຊຽມ ຊ່ວຍ​ລະບົບ​ການ​ຍ່ອຍ​ອາຫານ ແລະ ​ຈຸກ ສຽດ​ໃນ​ກະເພາະ​ອາຫານ​ນໍາອີກ​
  6. ກະ​ເພົາ ໃບ​ສົດ​ມີ​ນ້ຳ​ມັນ​ຫອມ​ລະ​ເຫຍ ເຊິ່ງ​ປະກອບ​ດ້ວຍ linalool methyl chavicol  ສັບ​ພະຄຸນ ເປັນ​ຢາ​ຂັບ​ລົມ ຊ່ວຍຫ​ລຸດ​ອາການ​ຈຸກ​ສຽດ ຍິ່ງ​ຖ້າ​ນຳ​ໃບ​ສົດ​ມາ​ຄັ້ນ​ໃຫ້ເປັນ​ນ້ຳ​ຊ່ວຍ​ໃນ​ການ​ຂັບ​ຂີ້ກະເທີ ຂັບ​ເຫື່ອ ແຕ່​ຖ້າ​ຫາກ​ມີ​ແຜ ​ຫລື ​ເປັນ​ພະຍາດ​ຜິວ​ໜັງ ນຳ​ນ້ຳ​ກະ​ເພົາ​ທີ່​ຄັ້ນ​ແລ້ວ​ມາ​ທາ​ບໍລິເວນ​ຜິວ​ໜັງ ​ເຊິ່ງ​ຈະ​ຊ່ວຍ​ຂ້າ​ເຊື້ອ​ຈຸລິນຊີ​ໄດ້​ໃນ​ບາງ​ຊະນິດ ນອກ​ຈາກ​ນີ້​ຍັງ​ສາມາດ​ປ້ອງ​ກັນ​ຍຸງ​ໄດ້​ດົນ 2 ຊົ່ວ​ໂມງ
  7. ບົວລະພາ ເລືອກ​ໃຊ້​ແຕ່​ໃບ​ຄັ້ນ​ເອົາ​ນ້ຳ​ປະ​ມານ 1 ຖ້ວຍ ມາ​ປະສົມ​ກັບ​ນ້ຳ​ເຜິ້ງ ກິນ​ແກ້​ໄອ ຈະ​ຊ່ວຍ​ຫລຸດ​ອາການ​ຫລອດລົມ​ອັກ​ເສບ ແລະ ​ຍັງ​ສາມາດ​ຊ່ວຍ​ໃນ​ການ​ຂັບ​ເຫື່ອ​ໄດ້​ດີ​ນໍາອີກ
  8. ກະ​ເດົາ ມີ​ຄຸນຄ່າ​ທາງ​ອາຫານ​ໄດ້​ແກ່ ໂປ​ຕີນ ຄາ​ໂບ​ໄຮ​ເດ​ດ ​ແຄ​ຊຽມ ຟອດ​ຟໍ​ລັດ ເຫລັກ ເສັ້ນ​ໃຍ ເບ​ຕ້າ​ແຄ​ໂລ​ທີນ ວິ​ຕາ​ມິນ​ເອ ວິ​ຕາ​ມິບີ1 ແລະ 2 ວິ​ຕາ​ມິນ​ຊີ ແລະ ​ໄນ​ອາ​ຊີນ ປະໂຫຍດ​ຂອງ​ກະ​ເດົາ ມີ​ສັບພະຄຸນ​​ບຳ​ລຸງ​ທາດ​ໄຟ ສ້າງ​ພູ​ມ​ຕ້ານ​ທານ​ໃຫ້​ຮ່າງກາຍ ແລະ ​ແກ້​ໄຂ ຊ່ວຍ​ໃຫ້​ຂັບຖ່າຍ​​ລະອຽດ ຂັບ​ຖ່າຍ​ຄ່ອງ ແລະ ​ຊ່ວຍ​ໃຫ້​ນອນ​ຫລັບ​ສະບາຍ ສ່ວນ​ໃຫຍ່​ຈະ​ນິຍົມ​ນຳ​ດອກ ​ແລະ ​ໃບ​ນຳ​ມາ​ກິນ

ນອກ​ຈາກ​ເລື່ອງ​ການ​ປັບ​ສົມ​ດຸນ​ຂອງ​ທາດ​ໃນ​ຮ່າງກາຍ​ແລ້ວ ໃນ ລະດູ​ໜາວ ຍັງມີ​ບັນຫາ​ເລື່ອງ​ຜິວ​ໜັງ​ແຫ້ງ ຖື​ເປັນ​ບັນຫາ​ທີ່​ສ້າງ​ຄວາມ​ລຳ​ຄານ​ແກ່​ທຸກ​ຄົນ​ໄດ້​ຫາກ​ບໍ່​ດູແລຮັກສາ​ເພາະ​ເມື່ອ​ຜິວ​ໜັງ​ແຫ້ງ​ຈະ​ເຮັດໃຫ້​ຮູ້ສຶກ​ຄັນ ລຳ​ຄານ ບາງ​ຄົນ​ຈະ​ຮູ້ສຶກ​ແສບ​ຮ້ອນ​ມັກ​ເກົາ​ບໍລິເວນ​ຜິວ​ໜັງ​ທີ່​ຄັນ​ຈົນ​ເກີດ​ແຜ​ອັກ​ເສບ​ເລືອດ​ອອກ ແລະ ​ມີ​ເຊື້ອ​ພະຍາດ​ເຂົ້າ​ສູ່​ຮ່າງກາຍ​ເກີດ​ອາການ​ອັກ​ເສບ ເຊິ່ງ​ຫາກ​ມີ​ຜິວ​ແຫ້ງ ມີ​ຂໍ້​ແນະ​ນຳ​ໃຫ້​ນຳ​ນ້ຳ​ມັນ​ໝາກ​ກອກ​ບໍລິສຸດ​ທາງ​ຈະ​ຊ່ວຍ​ໃຫ້​ຜິວ​ເກີດ​ຄວາມ​ຊຸ່ມ​ຊື່ນ​ໄດ້​ດົນ ຫາກ​ໃຊ້​ນ້ຳ​ມັນ​ໝາກພ້າວ​ ຫລື  ​ນ້ຳ​ມັນ​ງາ ​ຈະ​ຊ່ວຍຫ​ລຸດ​ອາການ​ອັກ​ເສບ​ຂອງ​ຜິວ​ໜັງ ປ້ອງ​ກັນ​ມະ​ເຮັງ​ຜິວ​ໜັງ​ທີ່​ເກີດ​ຈາກ​ແສງ​ແດດ​ໄດ້

ປະໂຫຍດ​ທັງ​ຫລາຍ​ຂອງ​ພືດ ​ແລະ ​ສະ​ໝຸນ​ໄພ​ທີ່​ກ່າວ​ມາ​ທັງ​ໝົດ​ນີ້ ບໍ່​ໄດ້​ມີ​ປະໂຫຍດ​ສະເພາະ ລະດູ​ໜາວ ພຽງ​ເທົ່າ​ນັ້ນ ​ທຸກ​ຄົນ​ສາມາດ​ນຳ​ມາ​ປຸງ​ອາຫານ​ໄດ້​​ທຸກໆ​ລະດູ ແລະ​ ອີກ​ຢ່າງ​ທີ່​ທຸກ​ຄົນ​ຄວນ​ສົນ​ໃຈ​ ແລະ ​ໃສ່​ໃຈ​ທີ່​ຈະ​ເຮັດ​ຮ່ວມ​ໄປ​ດ້ວຍ​ຄື​ການ​ໄດ້​ອອກ​ກຳ​ລັງ​ກາຍ​ເປັນ​ປະຈຳ​ຢ່າ​ງສະ​ມໍ່າ​ສະເໝີ ເພື່ອ​ສຸຂະພາບ​ຈະ​ໄດ້​ແຂງ​ແຮງນໍາ​ອີກ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...