Homeຂ່າວທ້ອງຖິ່ນກູ້ໄພໄດ້ກອບກູ້ຜູ້ລອດຊີວິດ ແລະ ຮ່າງຜູ້ເສຍຊີວິດຈາກເຫດເຮືອຫຼົ້ມຢູ່ອ່າງນໍ້າງື່ມໄດ້ຄົບທຸກຄົນແລ້ວ

ກູ້ໄພໄດ້ກອບກູ້ຜູ້ລອດຊີວິດ ແລະ ຮ່າງຜູ້ເສຍຊີວິດຈາກເຫດເຮືອຫຼົ້ມຢູ່ອ່າງນໍ້າງື່ມໄດ້ຄົບທຸກຄົນແລ້ວ

Published on

ອີງຕາມການລາຍງານຈາກສຳນັກຂ່າວສານປະເທດລາວ ເຖິງຄວາມຄືບໜ້າອຸບັດເຫດເຮືອນັກທ່ອງທ່ຽວຫຼົ້ມຢູ່ອ່າງນໍ້າງື່ມເຂດແດນສະຫວັນ ແຂວງວຽງຈັນ ໃນຕອນເຊົ້າວັນທີ 4 ເມສາ 2021, ຫຼ້າສຸດມີລາຍງານວ່າ ເຮືອລໍາດັ່ງກ່າວ ໂດຍສານນັກທ່ອງທ່ຽວ ທັງໝົດ 39 ຄົນ, ລອດຊີວິດ 31 ຄົນ, ເສຍຊີວິດ 8 ຄົນ.

ທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ ໃຫ້ຮູ້ວ່າ : ພາຍຫຼັງເກີດເຫດການ, ທາງອົງການຈັດຕັ້ງທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໄດ້ພ້ອມກັນສຸມໃສ່ ນໍາເອົາໜ່ວຍກູ້ໄພເຂົ້າກອບກູ້ຢ່າງກະທັນຫັນ, ມາຮອດເວລາ 16:30 ໂມງ ກອບກູ້ຜູ້ທີ່ລອດຊີວິດໄດ້ທັງໝົດ 31 ຄົນ ນໍາສົ່ງໂຮງໝໍທັງໝົດແລ້ວ. ສ່ວນຜູ້ເສຍຊີວິດ 8 ຄົນ ໄດ້ກອບກູ້ຂຶ້ນມາໝົດແລ້ວເຊັ່ນດຽວກັນ.

ອຸບັດເຫດເຮືອຫຼົ້ມໃນຄັ້ງນີ້ ເກີດຂຶ້ນໃນເວລາປະມານ 9:00 ໂມງ, ຍ້ອນສະພາບອາກາດມືດຄື້ມ ມີລົມພັດແຮງມາກະທັນຫັນ ເຮັດໃຫ້ເຮືອລໍາດັ່ງກ່າວຈົມຫ່າງຈາກຝັ່ງປະມານ 40 ແມັດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...