spot_img
Homeຂ່າວຕ່າງປະເທດຈັບໜຸ່ມລາວທີ່ກໍ່ເຫດຄາດຕະກຳຢູ່ປະເທດໄທ

ຈັບໜຸ່ມລາວທີ່ກໍ່ເຫດຄາດຕະກຳຢູ່ປະເທດໄທ

Published on

ວັນທີ 30 ມີນາ 2021 ສຳນັກຂ່າວສະຍາມລັດ ລາຍງານວ່າ: ວັນທີ 29 ມີນາ ທີ່ຜ່ານມາ ທ້າວ ບັງລອນ ວັນເສນາ ອາຍຸ 40 ປີ ເຊິ່ງເປັນຄົນລາວທີ່ຍ້າຍໄປອາໄສຢູ່ ໜອງຄາຍ ໄດ້ໄລ່ເອົາມີດຟັນສອງລຸງຫຼານ ຈົນເຮັດໃຫ້ຜູ້ເປັນລຸງອາຍຸ 43 ປີ ເສຍຊີວິດຄາທີ່ ສ່ວນຫຼານອາຍຸ 32 ປີ ແມ່ນໄດ້ຮັບບາດເຈັບ, ເຊິ່ງເຫດການດັ່ງກ່າວໄດ້ເກີດໃນຊ່ວງເວລາ 17:30 ນາທີ ຂອງວັນທີ 29 ມີນາ ທີ່ຜ່ານມາ.

ຫຼັງກໍ່ເຫດ ທ້າວ ບັງລອນ ກໍໄດ້ຫຼົບໜີໄປ, ໃນເວລາຕໍ່ມາ ປະມານ 20:30 ນາທີ ຕຳຫຼວດຢູ່ໜອງຄາຍໄດ້ຮັບແຈ້ງພົບສົບຜູ້ເສຍຊີວິດອີກ 2 ລາຍ ເຊິ່ງຫ່າງຈາກຈຸດທຳອິດ 100 ແມັດ, ສ່ວນຜູ້ເສຍຊີວິດອີກ 2 ລາຍ ແມ່ນພົບຢູ່ໃກ້ກັບສວນຢາງພາລາ ຜູ້ເສຍຊີວິດເປັນຊາຍອາຍຸ 47 ປີ ແລະ ໃກ້ກັນປະມານ 10 ແມັດ ແມ່ນພົບສົບ ເມຍ ຂອງທ້າວ ບັງລອນ ອາຍຸ 45 ປີ, ຫຼັງກໍ່ເຫດ ທ້າວ ບັງລອນ ກໍໄດ້ຫຼົບໜີໄປ.

ທ້າວ ບັງລອນ ວັນເສນາ ໄດ້ຍ້າຍມາດຳລົງຊີວິດຢູ່ໜອງຄາຍ ຕັ້ງແຕ່ຍັງນ້ອຍ ພ້ອມເຮັດອາຊີບຮັບຈ້າງທົ່ວໄປ, ສ່ວນແຮງຈູງໃຈ ຫຼື ສາເຫດທີ່ເຮັດໃຫ້ກໍ່ເຫດໃນຄັ້ງນີ້ແມ່ນຍັງບໍ່ຮູ້ສາເຫດ.

ໃນຕອນເຊົ້າຂອງມື້ນີ້ (ວັນທີ 30 ມີນາ 2021) ເພຈຂ່າວອອນລາຍໜອງຄາຍ ໄດ້ໂພສວ່າ: ເວລາ 7:30 ນາທີ, ເຈົ້າໜ້າທີ່ຕໍາຫຼວດໜອງຄາຍ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໄດ້ຈັບກຸມ ທ້າວ ບັງລອນ ວັນເສນາ ຂະນະທີ່ກຳລັງຍ່າງຕີນເປົ່າຢູ່ຕາມແຄມທາງ. ສຳລັບລາຍລະອຽດເພີ່ມເຕີມແມ່ນຍັງຢູ່ໃນການສອບສວນຕາມຂັ້ນຕອນຕໍ່ໄປ.

ຮຽບຮຽງຂ່າວ: ສີຕາວັນ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...