spot_img
Homeຂ່າວຕ່າງປະເທດມິສແກຣນ ມຽນມາ ກ່າວເຖິງສະຖານະການໃນປະເທດເທິງເວທີປະກວດ

ມິສແກຣນ ມຽນມາ ກ່າວເຖິງສະຖານະການໃນປະເທດເທິງເວທີປະກວດ

Published on

ຜ່ານໄປແລ້ວ ກັບການປະກວດສາວງາມຈາກທົ່ວໂລກ ສຳລັບເວທີ ມິສແກຣນ ອິນເຕີເນຊັນນໍ (Miss Grand International 2020) ເຊິ່ງໄດ້ຈັດການປະກວດຂື້ນຢູ່ປະເທດໄທ ໃນວັນທີ 27 ມີນາ 2021 ທີ່ຜ່ານມາ ແລະ ສາວງາມທີ່ໄດ້ຮັບມົງກຸດຢ່າງເປັນທາງການກໍ່ຄື Abena Appian ສາວງາມຈາກສະຫະລັດອາເມລິກາ (Miss Grand U.S) ແລະ ຮອງອັນດັບ 1 ຄື ສາວງາມຈາກຟີລິບປິນ (Miss Grand Philippines), ຮອງອັນດັບ 2 ຄື ສາວງາມຈາກກົວເຕມາລາ (Miss Grand Guatemala), ຮອງອັນດັບ 3 ຄື ສາວງາມຈາກອິນໂດເນເຊຍ (Miss Grand Indonesia), ຮອງອັນດັບ 4 ຄື ສາວງາມຈາກບຣາຊິນ (Miss Grand Brazil).

ນອກຈາກນີ້, ເວທີກອງປະກວດຍັງໄດ້ເປີດໂອກາດໃຫ້ ຮັ່ນ ເລ ສາວງາມຈາກມຽນມາ (Miss Grand Myanmar) ໄດ້ອອກມາເວົ້າເຖິງສະຖານະການທີ່ເກີດຂື້ນໃນປະເທດຕອນນີ້ ເຊິ່ງເຮັດໃຫ້ປະຊາຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈເປັນພິເສດ.

ເລີ່ມຕົ້ນກໍ່ເປັນການສາຍວີດີໂອທີ່ສະແດງໃຫ້ເຫັນເຖິງສະຖານະການທີ່ເກີດຂື້ນ ເຊິ່ງໃນພາບລວມມີເຫດການປະທ້ວງ ແລະ ການປາບປາມໂດຍການໃຊ້ຄວາມຮຸນແຮງໃນມຽນມາ ເຊິ່ງມີຜູ້ບາດເຈັບ ແລະ ເສຍຊີວິດ ລວມທັງສຽງປືນ ແລະ ສຽງຂອງຄົນທີ່ບອກໃຫ້ໝອບລົງ ເກີບທີ່ເປື້ອນເລືອດ ແລະ ພາບໃນເຮືອນດີຂອງຜູ້ປະທ້ວງ.

ຈາກນັ້ນ, ຮັ່ນ ເລ ກໍ່ໄດ້ອອກມາເວົ້າເຖິງສະຖານະການໃນມຽນມາວ່າ: ລາວຂໍສະແດງຄວາມເສຍໃຈຕໍ່ຜູ້ເສຍຊີວິດຈາກການປະທ້ວງຕາມທະໜົນຫົນທາງ, ທຸກຄົນທົ່ວໂລກຢາກເຫັນປະເທດຊາດຈະເລີນຮຸ່ງເຮືອງ ແລະ ສະຫງົບສຸກ ຖ້າຈະເປັນເຊັ່ນນັ້ນໄດ້ ກໍ່ຕໍ່ເມື່ອ ຜູ້ນຳປະເທດຈະຕ້ອງບໍ່ເຫັນແກ່ອຳນາດຂອງຕົນເອງ (ພ້ອມທັງຮ້ອງໄຫ້).

ໃນຕອນນີ້, ປະຊາຊົນມຽນມາໄດ້ເອົາຕົວເອງໄປສ່ຽງເພື່ອຮຽກຮ້ອງປະຊາທິປະໄຕ ຖ້າຫາກເຫດການດຽວກັນນີ້ ເກີດຂື້ນຢູ່ບ່ອນອື່ນ ຄົນທົ່ວໂລກຄົງພະຍາຍາມທີ່ຈະຊ່ວຍເຫຼືອແລ້ວ.

ມື້ນີ້ ໃນຂະນະທີ່ຂ້ອຍກຳລັງຢືນເວົ້າຢູ່ນີ້ ມີຄົນຈຳນວນຫຼາຍກຳລັງເສຍຊີວິດ ແລະ ພຽງມື້ນີ້ມື້ດຽວກໍ່ມີຄົນເສຍຊີວິດເປັນຮ້ອຍ ຂ້ອຍຂໍສະແດງຄວາມເສຍໃຈຢ່າງສຸດຍິ່ງຕໍ່ຜູ້ເສຍຊີວິດ. ຕອນນີ້, ປະຊາຊົນມຽນມາພະຍາຍາມຮຽກຮ້ອງປະຊາທິປະໄຕໃນປະເທດ ແລະ ຂ້ອຍກໍ່ເປັນຄົນໜຶ່ງທີ່ຮຽກຮ້ອງປະຊາທິປະໄຕເຊັ່ນດຽວກັນ ແລະ ຂໍຂອບໃຈເວທີ ມິສແກຣນ ທີ່ໃຫ້ໂອກາດໃນການເວົ້າສິ່ງທີ່ຢູ່ໃນໃຈ ແລະ ຂ້ອຍຢາກບອກວ່າ: ຊ່ວຍມຽນມາແດ່ ເຮົາຕ້ອງການຄວາມຊ່ວຍເຫຼືອຈາກຫຼາຍປະເທດຢ່າງໄວທີ່ສຸດ ເຮົາຕ້ອງເຮັດໃຫ້ໂລກນີ້ດີຂື້ນມາໄດ້ ດ້ວຍຄວາມຮັບຜິດຊອບຂອງທຸກຄົນທີ່ມີຕໍ່ຄົນຮຸ່ນຫຼັງ ແລະ ເຮົາຕ້ອງການໂລກທີ່ສະຫງົບສຸກ ມຽນມາທີ່ສະຫງົບສຸກ ”

ຈາກນັ້ນ ຮັ່ນ ເລ ກໍ່ຮ້ອງເພງ Heal The world ຂອງໄມເຄີນ ແຈັກສັນ ພ້ອມທ່າປະກອບການສື່ສານດ້ວຍພາສາມື ເພື່ອສົ່ງຂໍ້ຄວາມໄປເຖິງທຸກຄົນ ແລະ ຈົບທ້າຍດ້ວຍຄຳວ່າ “ขอบคุณค่ะ” (ຂອບໃຈຫຼາຍໆ) ຊົມຄຣິບວີດີໂອໄດ້ທີ່ Miss Grand Myanmar.

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...