spot_img
Homeຂ່າວພາຍ​ໃນແຈ້ງການ ໃຫ້ໂຈະ ແລະ ກວດກາຄືນ ການອອກໜັງສືຢັ້ງຢືນ ການນຳໃຊ້ທີ່ດິນປ່າໄມ້

ແຈ້ງການ ໃຫ້ໂຈະ ແລະ ກວດກາຄືນ ການອອກໜັງສືຢັ້ງຢືນ ການນຳໃຊ້ທີ່ດິນປ່າໄມ້

Published on

ໃຫ້ໂຈະ ແລະ ກວດກາຄືນ ການອອກໜັງສືຢັ້ງຢືນການນຳໃຊ້ທີ່ດິນປ່າໄມ້ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃນຂອບເຂດປ່າສະຫງວນ, ທີ່ດິນປ່າປ້ອງກັນ, ທີ່ດິນປ່າຜະລິດ ໃນຂອບເຂດທົ່ວປະເທດ.

ອີງຕາມ, ມາດຕາ 44, 84 119 ແລະ 160 ຂໍ້ 6 ຂອງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ເລກທີ 70/ສພຊ. ລົງວັນທີ 21 ມີຖຸນາ 2019;

ອີງຕາມ ແຈ້ງການຂອງຫ້ອງການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 232/ ຫສນຍ, ລົງວັນທີ 12 ມີນາ 2021.

ໃນລະຍະທີ່ຜ່ານມາສັງເກດເຫັນວ່າ ໄດ້ມີບຸກຄົນ, ນິຕິບຸກຄົນ, ຫຼື ການຈັດຕັ້ງ ບຸກລຸກ ຫຼື ຈັບຈອງທີ່ດິນ ແບບຊະຊາຍ ໂດຍບໍ່ຖືກຕາມກົດໝາຍ ໃນເຂດ ທີ່ດິນປ່າສະຫງວນ, ທີ່ດິນປ່າປ້ອງກັນ ແລະ ທີ່ດິນປ່າຜະລິດ ພ້ອມດຽວກັນນັ້ນ ໃນບາງເຂດທີ່ປະຊາຊົນ ໄດ້ອາໄສ ແລະ ທຳການຜະລິດ ກ່ອນຂະແໜງການທີ່ກ່ຽວຂ້ອງ ກຳນົດເຂດເປັນທີ່ດິນປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ອອກໃບຕາດິນ ຫຼື ອອກໜັງຢັ້ງຢືນການນຳໃຊ້ທີ່ດິນປ່າໄມ້ ໃຫ້ແກ່ບຸກຄົນນິຕິບຸກຄົນ ຫຼື ການຈັດຕັ້ງໃນເຂດດັ່ງກ່າວ ເຊິ່ງເປັນການລະເມີດກົດໝາຍ ຈຶ່ງເປັນສາເຫດທີ່ເຮັດໃຫ້ການຄຸ້ມຄອງທີ່ດິນປ່າໄມ້ເກີດຫຼາຍບັນຫາສັບສົນ ຈາກບັນດາປະກົດການດັ່ງກ່າວ ບໍ່ສະເພາະແຕ່ເຮັດໃຫ້ລັດ ແລະ ສັງຄົມສ່ວນລວມເສຍຜົນປະໂຫຍດ ແຕ່ຍັງສ້າງຜົນກະທົບເຮັດໃຫ້ປ່າໄມ້ຖືກທຳລາຍ ແລະ ເນື້ອທີ່ປ່າໄມ້ຫຼຸດລົງ ທັ້ງເປັນບັນຫາຫຍໍ່ທໍ້ ທີ່ກຳລັງເຮັດໃຫ້ສັງຄົມຂາດຄວາມເຊື່ອໝັ້ນຕໍ່ອົງການທີ່ກ່ຽວຂ້ອງ. ສະນັ້ນ, ເພື່ອເປັນການເພີ່ມທະວີການຄຸ້ມຄອງທີ່ດິນປ່າໄມ້ ແລະ ຮັບປະກັນການປະຕິບັດພາລະບົດບາດຄຸ້ມຄອງຂອງລັດ ແລະ ຄວາມສັກສິດຂອງກົດໝາຍຢ່າງເຂັ້ມງວດ. ລັດຖະມົນຕີ ອອກແຈ້ງການ ດັ່ງນີ້:

ດັ່ງນັ້ນ, ຈຶ້ງແຈ້ງມາຍັງທ່ານ ເພື່ອປະຕິບດຕາມແຈ້ງການສະບັບນີ້ ຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...