spot_img
Homeຂ່າວການພັດທະນາສ້າງລາຍໄດ້ເພີ່ມຈາກໃບໄມ້ແຫ້ງ

ສ້າງລາຍໄດ້ເພີ່ມຈາກໃບໄມ້ແຫ້ງ

Published on

ແຂງຊຽງໃໝ່ ປະເທດໄທ ໄດ້ເປີດໂຄງການ ໃບໄມ້ບໍ່ຕ້ອງຈູດ ເອົາມາອັດເປັນກ້ອນຂາຍໄດ້ ເພື່ອຫຼຸດຜ່ອນເຊື້ອໄຟ, ໄຟປ່າ ແລະ ຄວັນ.

ສະຖານະການໄຟປ່າໝອກຄວັນ ໃນແຂວງຊຽງໃໝໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ. ສະນັ້ນ, ທາງສູນປ້ອງກັນ ແລະ ໄກ້ໄຂບັນຫາຝຸ່ນລະອອງຂະໜາດນ້ອຍ PM2.5 ໃນແຂວງຈຶ່ງໄດ້ຫາທາງແກ້ໄຂບັນຫາ ບໍ່ວ່າຈະເປັນການຈັດການເຊື້ອໄຟ ແລະ ການເຝົ້າລະວັງດັບໄຟປ່າ. ຫຼ້າສຸດ, ຜູ້ອໍານວຍການທາງຍຸດທະສາດ ສໍານັກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ເປິດເຜີຍວ່າ: ປີນີ້ໄດ້ມີໂຄງການໃຫ້ປະຊາຊົນ ປ່ຽນໃບໄມ້ໃຫ້ເປັນເງີນໄດ້ແທ້.

ສຳລັບໂຄງການແມ່ນຮັບເສດໃບໄມ້ ເຊິ່ງເປັນເຊື້ອໄຟທີ່ຈະສົ່ງຜົນໃຫ້ເກີດໄຟປ່າຈົນກາຍເປັນມົນລະພິດຈາກໝອກຄວັນ ເຊິ່ງວິທີການແມ່ນ ນຳເອົາໃບໄມ້ມາອັດເປັນກ້ອນເພື່ອຂາຍໃຫ້ກັບຜູ້ປະກອບການ ທີ່ມາຮັບຊື້. ໃບໄມ້ 1 ກິໂລ ແມ່ນລາຄາ 2 ບາດໄທ (680 ກີບ) ເຊິ່ງປັດຈຸບັນດຳເນີນໄປແລ້ວ 34 ບ້ານ ໃນເມືອງຕ່າງໆ ຂອງແຂວງຊຽງໃໝ່.

ສຳລັບເຮືອນໃດບໍ່ມີເຄື່ອງອັດໃບໄມ້ ກໍ່ສາມາດນຳໃສ່ກະສອບ ຫຼື ຖົງປານ ແລ້ວໄປຂາຍໃຫ້ເຈົ້າໜ້າທີ່ຕາມຈຸດຕ່າງໆ. ຄຽງຄູ່ກັນ ຍັງເປັນການສົ່ງເສີມໃຫ້ຊຸມຊົນນຳໃບໄມ້ໄປໃຊ້ປະໂຫຍດ ເຊັ່ນ: ການເຮັດປຸຍ ແລະ ການເພາະເຫັດ ເປັນຕົ້ນ. ເຊີ່ງເປັນການຊຸກຍູ້ໃຫ້ປະຊາຊົນມີວຽກເຮັດງານທຳ ແລະ ສ້າງລາຍໄດ້ເສີມ. ສຳຄັນກໍຄື ເປັນການຫຼຸດຜ່ອນການຈູດປ່າທີ່ສົ່ງຜົນໃຫ້ເກີດປະລິມານຝຸ່ນພິດ PM2.5.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...