spot_img
Homeຂ່າວຕ່າງປະເທດCovid ຂ້າ "ຊາຍຄົນສຸດທ້າຍຂອງຊົນເຜົ່າ Juma ໃນ Amazon." ເຫຼືອພຽງແຕ່ແມ່ຍິງສີ່ຄົນສຸດທ້າຍເທົ່ານັ້ນທີ່ເຫຼືອຢູ່

Covid ຂ້າ “ຊາຍຄົນສຸດທ້າຍຂອງຊົນເຜົ່າ Juma ໃນ Amazon.” ເຫຼືອພຽງແຕ່ແມ່ຍິງສີ່ຄົນສຸດທ້າຍເທົ່ານັ້ນທີ່ເຫຼືອຢູ່

Published on

ເຮົາກຳລັງຈະເຫັນການສິ້ນສຸດຂອງຊົນເຜົ່າພື້ນເມືອງທີ່ຫາຍາກໃນຂົງເຂດປ່າອາເມຊອນ, ຫຼັງຈາກໂຄວິດ- 19 ໄດ້ເອົາຊີວິດຂອງ ອາຣູຄາ ຈູມ່າ (Arukajuma), ຜູ້ຊາຍຄົນສຸດທ້າຍ ຂອງຊົນເຜົ່າຈູມ່າ ເຊິ່ງເຫຼືອພຽງແຕ່ຜູ້ຍິງ 4 ຄົນ ເທົ່ານັ້ນ.

ໃນວັນທີ 17 ມີນາ 2021 ນີ້, ເວບໄຊທ໌ ຂ່າວ Daily Mail ລາຍງານວ່າ ທ້າວ ອາຣູຄາ ຈູມ່າ ທີ່ເປັນຫົວໜ້າເຜົ່າຈູມ່າ ແລະ ຍັງເປັນຜູ້ຊາຍຄົນສຸດທ້າຍຂອງຊົນເຜົ່າພື້ນເມືອງທີ່ຫາຍາກທີ່ອາໄສຢູ່ໃນເຂດປ່າອາເມຊອນໄດ້ເສຍຊີວິດຍ້ອນຕິດພະຍາດໂຄວິດ-19 ຫຼັງຈາກທີ່ໄດ້ເຂົ້າໄປຮັບການຮັກສາທີ່ໂຮງໝໍໃນຕົວເມືອງໂປຕູເວ ໂດຍທີ່ເຮືອນຂອງລາວແມ່ນຢູ່ໃນປ່າເລິກ ເຊິ່ງຕ້ອງໄດ້ຂີ່ເຮືອໄປໂຮງໝໍປະມານ 2 ຊົ່ວໂມງ ແລະ ຕ້ອງຕໍ່ລົດໄປອີກເປັນໄລຍະທາງ 120 ກິໂລແມັດ. ອາຣູຄາ ຈູມ່າ ມີອາຍຸປະມານ 85-90 ປີ ເຊິ່ງຖືເປັນຈຸດເລິ່ມຕົ້ນ ຂອງການສິ້ນສຸດຂອງຊົນເຜົ່າຈູມ່າ ແລະ ໃນຕອນນີ້ຊົນເຜົ່າຈູມ່າເຫຼືອພຽງແຕ່ລູກສາວ 3 ຄົນຂອງອາຣູຄາ ເຊິ່ງທັງສາມຄົນໄດ້ອກໄປສ້າງຄອບຄົວກັບຊົນເຜົ່າອື່ນແລ້ວ.
ທັງນີ້ປະເທດ ບຣາຊິນມີຜູ້ຕິດເຊື້ອໂຄວິດ-19 ສູງທີ່ສຸດເປັນອັນດັບທີ່ 2 ຂອງໂລກຮອງຈາກປະເທດອາເມລິກາ ເຮັດໃຫ້ປະເທດບຣາຊິນມີຜູ້ຕິດເຊື້ອສະສົມຢູ່ທີ່ 11,7 ລ້ານຄົນ ແລະ ມີຜູ້ເສຍຊີວິດ 285,136 ຄົນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...