Homeຂ່າວຕ່າງປະເທດຊຸດຫຸ່ນຊ່ວຍໃຫ້ ເຈົ້າບ່າວພິການ ຍ່າງເຂົ້າພິທີແຕ່ງດອງ

ຊຸດຫຸ່ນຊ່ວຍໃຫ້ ເຈົ້າບ່າວພິການ ຍ່າງເຂົ້າພິທີແຕ່ງດອງ

Published on

        185713

       ເຈົ້າ​ບ່າວ​ອຳ​ມະພາດ​ຊາ​ວ​ເມ​ລິ​ກາ​ສາມາດ​ຍ່າງ​ເຂົ້າ​ສູ່​ພິທີ​ແຕ່ງ​ງານ​ໄດ້​ໂດຍ​ໃຊ້​ຊຸດ​ຫຸ່ນ​ເພື່ອ​ຜູ້​ພິ​ການ “ເອັກ​ໂຊດ​ເກ​ຕັນ” ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຈາກ​ເມືອງ​ດິວ​ວິດ ລັດ​ນິວ​ຍອກ ປະເທດ​ສະ​ຫະລັດ​ອະ​ເມ​ລິ​ກາ ເມື່ອ​ວັນທີ່20 ຕຸລາ ວ່າ ແມດ ຟິ​ຄາ​ລາ ເຈົ້າ​ບ່າວ​ຊຶ່ງ​ເປັນ​ອຳ​ມະພາດ​ຕັ້ງ​ແຕ່​ຊ່ວງ​ເອິກລົງ ໄປ​ສາມາດ​ຍ່າງ​ເຂົ້າ​ພິທີ​ແຕ່ງດອງ​ຄຽງ​ຂ້າງ​ກັບ​ ຈໍ​ແດນ ບາ​ຊິນ ເຈົ້າ​ສາວ ໃນວັນເສົາທີ່​ຜ່ານມາ ພາຍ​ໃນ​ໂຮງ​ແຮມ​ດັບ​ເບີນ​ຊີ ເມືອງ​ດິວ​ວິດ ລັດ​ນິວ​ຍອ​ກ ໂດຍ​ໃຊ້​ຊຸດ​ຫຸ່ນ​​ເພື່ອ​ຜູ້​ພິ​ການ “ເອັກ​ໂຊດ​ເກ​ເລ​ຕັນ”

​     ຟິ​ຄາລາ ​ສາມາດ​ກັບ​ມາ​ຢືນ​ ແລະ ​ຍ່າງ​ໄດ້​ອີກ​ຄັ້ງ ລະຫວ່າງ​ຮ່ວມ​ພິທີ​ແຕ່ງ​ດອງ​ໃນ​ເຂດ​ຊານ​ເມືອງ​ຊີ​ລາ​ຄູສ ໂດຍ​ສວມ​ໃສ່​ຊຸດ​ຫຸ່ນ​​ເພື່ອ​ຜູ້​ພິ​ການ “ເອັກ​ໂຊດ​ເກ​ເລ​ຕັນ” ຫລື​ ເອື້ນວ່າ “ເອັກ​ໂຊ່” ຊຶ່ງ​ໃຊ້​ພະລັງ​ງານ​ຈາກ​ແບດ​ເຕີລີ່ ທັງ​ນີ້​ເຂົາເປີດ​ເຜີຍ​ກັບ​ຫນັງສື​ພິມ​ທ້ອງ​ຖິ່ນ ​ຊີ​ລາ​ຄູສ ໂພດຕ໌​ວ່າ ເຂົາ​ຕ້ອງ​ຂັບ​ລົດ​ຂ້າມ​ລັດ​ໄປ​ຍັງ​ສູນ​ບຳ​ບັດ​ເມືອງ​ອັນ​ເລນ​ທາວ ລັດ​ເພນ​ຊິນ​ເວ​ເນຍ​ເປັນ​ປະຈຳ​ທຸກ​ອາທິດ​ຕັ້ງ​ແຕ່​ເດືອນ​ເມນາ ເພື່ອ​ເຂົ້າ​ຮັບ​ການ​ຝຶກ​ຍ່າງ​ດ້ວຍ​ອຸປະກອນ​ຫຸ່ນ​ຍົນ​ນີ້ ເມື່ອ3ປີ​ກ່ອນ ​​ຟິ​ຄາລາ​ ເກີດ​ຄໍ​ຫັກ​ເນື່ອງ​ຈາກ​ປະ​ສົບ​ອຸບັດເຫດ​ທາງ​ເຮືອ ສົ່ງ​ຜົນ​ໃຫ້​ເຂົາ​ເປັນ​ອຳ​ພາດ​ຕັ້ງ​ແຕ່​ຊ່ວງ​ເອິກລົງ​ໄປ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...