spot_img
Homeຂ່າວພາຍ​ໃນສານຍີ່ປຸນແຈ້ງ! ການຫ້າມບໍ່ໃຫ້ຄູ່ຮັກເພດດຽວກັນແຕ່ງງານແມ່ນຜິດລັດຖະທຳມະນູນ

ສານຍີ່ປຸນແຈ້ງ! ການຫ້າມບໍ່ໃຫ້ຄູ່ຮັກເພດດຽວກັນແຕ່ງງານແມ່ນຜິດລັດຖະທຳມະນູນ

Published on

ສານຂອງເມືອງຊັບໂປໂລ ແຂວງຮອກໄກໂດ ປະເທດຍີ່ປຸນ ມີການຕັດສິນໃນວັນພຸດ ( 17 ມີນາ 2021) ທີ່ຜ່ານມາວ່າ: ການຫ້າມການແຕ່ງງານກັບເພດດຽວກັນແມ່ນຂັດກັບເງື່ອນໄຂລັດຖະທຳມະນູນ.

ການຟ້ອງຮ້ອງດັ່ງກ່າວ ໄດ້ເລີ່ມຕົ້ນໃນປີ 2019 ເມື່ອຄູ່ 3 ຄູ່ ໃນແຂວງຮອກໄກໂດ ໄດ້ຍື່ນຄຳຮ້ອງທຸກຕໍ່ສານ ເພື່ອຮຽກຮ້ອງຄ່າຊົດເຊີຍຈາກລັດຖະບານ ຈຳນວນ 1 ລ້ານເຢນ (ປະມານ 93.000.000 ກີບ) ໂດຍອ້າງວ່າພວກເຂົາໄດ້ຮັບກະທົບກະເທືອນທາງດ້ານຈິດໃຈ ທີ່ລັດຖະບານບໍ່ຍອມໃຫ້ແຕ່ງງານ.

ເຖິງວ່າສານໄດ້ມີການປະຕິເສດຄຳຮ້ອງຟ້ອງທີ່ໂຈດທັງ 6 ຄົນຮຽກຮ້ອງຄ່າຊົດເຊີຍ.  ແຕ່ທຸກຄົນສົນໃຈທີ່ສານລະບຸວ່າ: ການຫ້າມບໍ່ໃຫ້ເພດດຽວກັນແຕ່ງງານກັນນັ້ນ ແມ່ນຜິດລັດຖະທະມະນູນ. ເພາະລັດຖະທຳມະນູນລະບຸວ່າ ກົດໝາຍ ຕ້ອງນຳໃຊ້ກັບປະຊາຊົນທຸກຄົນຢ່າງເທົ່າທຽມກັນ. ຄຳຕັດສິນນີ້ ມີແນວໂນ້ມທີ່ຈະສົ່ງຜົນກະທົບຕໍ່ຄະດີອື່ນໆທີ່ຄ້າຍຄືກັນນີ້ໃນທົ່ວປະເທດຍີ່ປຸ່ນ.

ໂຈດຂອງຄະດີນີ້ ກ່າວວ່າ: “ ຄຳຕັດສິນຂອງມື້ນີ້ໄດ້ຍອມຮັບວ່າພວກເຮົາ (ກຸ່ມຄົນທີ່ຫຼາກຫຼາຍທາງເພດ) ແມ່ນມີຕົວຕົນຢູ່ແທ້ ” ແລະ ກ່າວເຕີ່ມວ່າ “ຂ້ອຍຕ້ອງການໃຫ້ສັງຄົມຍອມຮັບຄົນທີ່ຫຼາກຫຼາຍທາງເພດໃຫ້ພວກເຂົາມີຄວາມຫວັງ ແລະ ມີຕົວເລືອກໃນອະນາຄົດຂອງຕົນເອງ.”

ດ້ານທະນາຍຄວາມຂອງໂຈດ ທ່ານ ຮາລູກາໂຕ ກ່າວວ່າ: ລາວບໍ່ໄດ້ຄາດຫວັງວ່າສານຈະມີການຕັດສິນຢ່າງຈະແຈ້ງແບບນີ້ ແລະ ໄດ້ກ່າວອີກວ່າ ລູກຄວາມຂອງລາວກຳລັງພິຈາລະນາວ່າຈະຕໍ່ສູ້ຄະດີຕໍ່ອີກ.

ໃນອະດີດເຖິງແມ່ນວ່າຄູ່ຮັກເພດດຽວກັນໃນບາງຂົງເຂດຂອງປະເທດຍີ່ປຸນຂໍໃບທະບຽນສົມລົດ ແຕ່ກໍ່ຍັງໄດ້ຮັບສິດຕ່າງໆໜ້ອຍກ່ວາຄູ່ຮັກຍິງຊາຍຫຼາຍ ທັງຍັງຕ້ອງພົບກັບການຖືກເລືອກປະຕິບັດໃນສັງຄົມ.

ບໍ່ພຽງເທົ່ານັ້ນ, ປະເທດຍີ່ປຸ່ນຍັງເປັນປະເທດດຽວໃນບັນດາປະເທດອຸດສາຫະກຳຊັ້ນນຳຂອງໂລກ 7 ປະເທດ (G7) ທີ່ຍັງບໍ່ທັນມີກົດໝາຍການສະໜັບສະໜູນດ້ານກົດໝາຍສຳລັບການແຕ່ງງານກັບເພດດຽວກັນ.

ບົດຄວາມຫຼ້າສຸດ

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...