Homeຂ່າວທ້ອງຖິ່ນນໍ້າຊອງເປື້ອນຍ້ອນການຖີ້ມຂີ້ເຫຍື້ອແບບບໍ່ມີຄວາມຮັບຜິດຊອບ

ນໍ້າຊອງເປື້ອນຍ້ອນການຖີ້ມຂີ້ເຫຍື້ອແບບບໍ່ມີຄວາມຮັບຜິດຊອບ

Published on

ສຳນັກຂ່າວ ວຽງຈັນທາມ ລາຍງານວ່າ: ນັກທ່ອງທ່ຽວ ແລະ ຮ້ານອາຫານທ້ອງຖິ່ນກຳລັງສ້າງຄວາມເສຍຫາຍຕໍ່ສະພາບແວດລ້ອມອ້ອມຂ້າງນໍ້າຊອງໃນເມືອງວັງວຽງ ແຂວງວຽງຈັນ, ພາຍຫຼັງທີ່ໄດ້ຖິ້ມຂີ້ເຫຍື້ອລົງໃນແມ່ນໍ້າຢ່າງຕໍ່ເນື່ອງໃນຊ່ວງວັນພັກຜ່ອນ ແລະ ງານລ້ຽງຕ່າງໆ.

ນັບຕັ້ງແຕ່ການລະບາດຂອງໂຄວິດ-19, ປະເທດລາວມີການຈຳກັດບໍ່ໃຫ້ທ່ອງທ່ຽວພາຍນອກເຂົ້າມາ, ເຮັດໃຫ້ນັກທ່ອງທ່ຽວພາຍໃນຕ່າງກໍ່ເດີນທາງໄປພັກຜ່ອນທີ່ເມືອງວັງວຽງ ເພາະມີໄລຍະທາງ 110 ກິໂລແມັດ ຜ່ານທາງດ່ວນຈາກນະຄອນຫຼວງວຽງຈັນ.

ວັງວຽງແມ່ນເມືອງນັກທ່ອງທ່ຽວແບກເປ້, ເຊິ່ງຫຼັກໆຈະເຕັມໄປດ້ວຍ ເຮືອນພັກ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານອິນເຕີເນັດ, ແລະ ບໍລິສັດທ່ອງທ່ຽວ. ກິດຈະກຳທີ່ດຶງດູດນັກທ່ອງທ່ຽວໄດ້ແກ່ການຂີ່ກົງເບັງ ແລະ ພາຍເຮືອຄາຢັກ(kayak) ຕາມນໍ້າຊອງ.

ນັກສັງເກດການດ້ານສິ່ງແວດລ້ອມມີຄວາມກັງວົນກ່ຽວກັບປະລິມານຂີ້ເຫຍື້ອໃນນໍ້າຊອງ ເພາະມີຂີ້ເຫຍື້ອເພີ່ມຂື້ນຈຳນວນຫຼາຍຢູ່ທົ່ວແມ່ນ້ຳ ຫຼັງຈາກທີ່ມີນັກທ່ອງທ່ຽວມາທ່ຽວເມືອງວັງວຽງໃນຕົ້ນເດືອນມັງກອນທີ່ຜ່ານມາ.

ນັກສັງເກດການສົງໄສວ່າ: ສາເຫດອາດເກີດມາຈາກບັນດາຮ້ານອາຫານທ້ອງຖິ່ນ ທີ່ຕັ້ງຢູ່ຕາມແຄມແມ່ນໍ້າ ເຮັດໃຫ້ນັກທ່ອງທ່ຽວງ່າຍຕໍ່ການຖີ້ມຂີ້ເຫຍື້ອລົງແມ່ນໍ້າ ເຖິງວ່າຈະມີການຕິດປ້າຍຫ້າມຖີ້ມຂີ້ເຫຍື້ອກໍ່ຕາມ. ນັກທ່ອງທ່ຽວທີ່ຈອດລົດ ແລະ ກິນດື່ມ ແຄມແມ່ນໍ້າຊອງກໍ່ຖິ້ມຂີ້ເຫຍື້ອລົງໃນນໍ້າຢ່າງບໍ່ມີຄວາມຮັບຜິດຊອບ.

ສິ່ງເຫຼົ່ານີ້ ສົ່ງຜົນກະທົບຕໍ່ປາໃນນໍ້າ ແລະ ທີ່ຢູ່ອາໄສຂອງສັດນໍ້າຊະນິດອື່ນໆ.  ນັກອະນຸລັກສິ່ງແວດລ້ອມໄດ້ອະທິບາຍວ່າ: ນໍ້າເປື້ອນ ຍ້ອນການທ່ອງທ່ຽວ ແລະ ການອາບນໍ້າຂອງປະຊາຊົນ.

ເຈົ້າໜ້າທີ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງວັງວຽງກ່າວເຕືອນ ເມືອງອາດຈະພົບຄວາມທ້າທາຍໃນການຮັບມືກັບການເພີ່ມຂື້ນຂອງປະລິມານຂີ້ເຫຍື້ອທີ່ຖີ້ມໃນແມ່ນໍ້າ ຈາກພາກສ່ວນນັກທ່ອງທ່ຽວ ຜູ້ທີ່ຖີ້ມຂີ້ເຫຍື້ອຊະຊາຍ.

ປະລິມານຂີ້ເຫຍື້ອໃນນໍ້າຊອງໄດ້ຫຼຸດລົງ 60 ສ່ວນຮ້ອຍ ຫຼັງຈາກລັດຖະບານໄດ້ປິດພາກສ່ວນນັກທ່ອງທ່ຽວທີ່ຈັດງານສ້າງສັນຕ່າງໆຕາມແຄມແມ່ນໍ້າໃນປີ 2012.

ເຈົ້າໜ້າທີ່ຫ້ອງການດ້ານສິ່ງແວດລ້ອມວັງວຽງກ່າວວ່າ: ໄດ້ມີການແຈ້ງໃຫ້ເຈົ້າຂອງຮ້ານອາຫານປະຕິບັດຕາມກົດລະບຽບຢ່າງເຂັ້ມງວດ ຖ້າຫາກພົບເຫັນວ່າ ມີປ່ອຍນໍ້າເປື້ອນ ແລະ ຂີ້ເຫຍື້ອລົງໃນແມ່ນໍ້າ ຈະຖືກປັບໃໝ 500,000 ກີບ. ບາງຄັ້ງກໍເປັນເລື່ອງຍາກສຳລັບເຈົ້າໜ້າທີ່ຕ້ອງລົງໄປກວດກາເລື່ອຍໆ ສະນັ້ນ,ຈຶ່ງເປັນຊ່ອງວ່າງສຳລັບເຈົ້າຂອງທຸລະກິດໃນການສ່ວຍໂອກາດລະເມີດກົດລະບຽບຫຼາຍຂື້ນ.  ເຖິງຢ່າງໃດກໍ່ຕາມ, ນັກທ່ອງທ່ຽວພາຍໃນ ກໍ່ຄວນມີຄວາມຕື່ນຕົວໃຫ້ຫຼາຍຂື້ນໃນການຮັກສາຄວາມສະອາດແມ່ນໍ້າ, ມີຄວາມຮັບຜິດຊອບຕໍ່ຂີ້ເຫຍື້ອຂອງຕົນເອງໃນເວລາເດີນທາງໄປທ່ຽວສະຖານທີ່ທ່ອງທ່ຽວຕ່າງໆ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...