spot_img
Homeຂ່າວທ້ອງຖິ່ນເຫດໄຟໄໝ້ຈໍາປາທອງກາເດັນຣີສອດທີ່ວັງວຽງຍ້ອນປະຊາຊົນຈູດຫຍ້າ

ເຫດໄຟໄໝ້ຈໍາປາທອງກາເດັນຣີສອດທີ່ວັງວຽງຍ້ອນປະຊາຊົນຈູດຫຍ້າ

Published on

ເຈົ້າໜ້າທີ່ໜ່ວຍງານຈະລາຈອນມອດໄຟ ເມືອງວັງວຽງ ແຂວງວຽງຈັນ ແຈ້ງໃຫ້ຮູ້ວ່າ: ຈາກກໍລະນີທີ່ເກີດເຫດໄຟໄໝ້ຈໍາປາທອງກາເດັນຣີສອດ ທີ່ບ້ານປາກເປະ ເມືອງວັງວຽງ ແຂວງວຽງຈັນ ເມື່ອວັນທີ 16 ມີນາ 2021 ທີ່ຜ່ານມາ, ສາເຫດທີ່ເກີດອັກຄີໄພໃນຄັ້ງນີ້ແມ່ນເກີດຈາກປະຊາຊົນອ້ອມຂ້າງໄດ້ຈູດຫຍ້າ ແລ້ວລາມໄໝ້ໃສ່ຫຼັງຄາບ້ານພັກທີ່ມຸງດ້ວຍຫຍ້າຄາ ເສຍຫາຍສະເພາະໂຊນຕຶກ D ແລະ ຕຶກ C.

ທ່ານພັນຕີ ທາ ປັນຍາສິລິ ຫົວໜ້າໜ່ວຍງານຈະລາຈອນມອດໄຟ ເມືອງວັງວຽງໄດ້ແຈ້ງຕໍ່ ທີມງານວຽງຈັນທາຍ ເມື່ອວັນທີ 17 ມີນາ 2021 ນີ້ກ່ຽວກັບຄວາມຄືບໜ້າໄຟໄໝ້ດັ່ງກ່າວວ່າ: ມີເຮືອນພັກຈໍານວນ 6 ຫຼັງທີ່ຖືກໄໝ້ໝົດ ແລະ ອີກ 1 ຫຼັງຖືກໄຟໄໝ້ເລັກນ້ອຍ, ສາເຫດທີ່ເກີດອັກຄີໄພໃນຄັ້ງນີ້ແມ່ນເກີດຈາກປະຊາຊົນຈູດຫຍ້າ ແລ້ວລາມໄປໄໝ້ຫຼັງຄາບ້ານພັກທີ່ມຸງດ້ວຍຫຍ້າຄາ. ສ່ວນປະຊາຊົນທີ່ຈູດຫຍ້ານັ້ນຍັງບໍ່ຮູ້ວ່າແມ່ນໃຜ ແລະ ຜົນເສຍຫາຍຍັງຢູ່ໃນຂັ້ນຕອນການ ສືບສວນ-ສອບສວນ.

ປັດຈຸບັນນີ້, ຈຳປາທອງ ກາເດັນ ຣີສອດແມ່ນຍັງເປີດເປັນປົກກະຕິ (ແຕ່ຈະປິດໂຊນທີ່ຖືກໄຟໄໝ້), ສ່ວນໂຊນອື່ນເຊັ່ນ: ຮ້ານອາຫານ, ສະລອຍນ້ຳ, ສະຖານທີ່ຈັດກິດຈະກຳ, ທີ່ພັກ ແມ່ນເປີດເປັນປົກກະຕິ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...