spot_img
Homeຂ່າວທ້ອງຖິ່ນການອັດຊ່ອງວ່າງການຮົ່ວໄຫຼຂອງງົບປະມານ ແມ່ນໜຶ່ງໃນຫຼາຍວຽກງານທີ່ຕ້ອງໄດ້ປັບປຸງ

ການອັດຊ່ອງວ່າງການຮົ່ວໄຫຼຂອງງົບປະມານ ແມ່ນໜຶ່ງໃນຫຼາຍວຽກງານທີ່ຕ້ອງໄດ້ປັບປຸງ

Published on

ອີງຕາມການລາຍງານຂອງ ໜັງສືພິມວຽງຈັນທາມ ໃຫ້ຮູ້ວ່າ ກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເຊິ່ງຄະນະລັດຖະບານໄດ້ມີການປຶກສາຫາລື ແລະ ຄົ້ນຄົ້ວຫຼາຍບັນຫາທີ່ສໍາຄັນ.

ສະເພາະຮ່າງແຜນງົບປະມານແຫ່ງຊາດ 5 ປີ (2021-2025) ບັນດາສະມາຊິກລັດຖະບານໄດ້ປະກອບຄໍາເຫັນຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງເປັນຕົ້ນແມ່ນວິທີການ ແລະ ມາດຕະການ ໃນການອັດຊ່ອງວ່າງການຮົ່ວໄຫຼ ຂອງງົບປະມານ, ມາດຕະການປະຢັດມັດທະຍັດ, ການປະຕິບັດວິໄນແຜນການ-ການເງິນ, ການກຳນົດຈຸດສຸມ ການນຳໃຊ້ງົບປະມານລົງທຶນຂອງລັດ, ການສ້າງຖານລາຍຮັບໃໝ່ ແລະ ອື່ນໆ, ລວມທັງ ຕົວເລກຄາດໝາຍຕ່າງໆ ໃຫ້ແທດເໝາະກັບສະພາບເງື່ອນໄຂ ແລະ ຄວາມສາມາດຕົວຈິງ ກ່ອນທີ່ຈະສົ່ງໃຫ້ບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ທ່ານ ນາຍົກລັດຖະມົນຕີ ພິຈາລະນາ ເປັນຄັ້ງສຸດທ້າຍ ກ່ອນຈະນຳໄປສະເໜີຕໍ່ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງ.

ຮ່າງແຜນງົບປະມານແຫ່ງຊາດ 5 ປີ (2021-2025) ນີ້ແມ່ນການຜັນຂະຫຍາຍເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໂດຍກຳນົດທິດທາງລວມ ຖືເອົາບັນຫາການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນ 5 ປີຕໍ່ໜ້າ ເປັນວາລະແຫ່ງຊາດ ເພື່ອໃຫ້ທຸກການຈັດຕັ້ງຂອງພັກ, ລັດ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນທົ່ວສັງຄົມ ປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ຕາມພາລະບົດບາດຂອງຕົນ ແນໃສ່ແກ້ໄຂສະພາບເສດຖະກິດ-ການເງິນ ທີ່ມີຄວາມສ່ຽງສູງ ໃຫ້ສາມາດກ້າວເຂົ້າສູ່ສະພາບປົກກະຕິ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...