Homeຂ່າວພາຍ​ໃນໂຈ ໄບເດນ ອອກຄຳສັ່ງໂຈມຕີປະເທດຊີເຣຍເປັນຄັ້ງທຳອິດ ພ້ອມໂຈມຕີກອງກຳລັງອີຣານ

ໂຈ ໄບເດນ ອອກຄຳສັ່ງໂຈມຕີປະເທດຊີເຣຍເປັນຄັ້ງທຳອິດ ພ້ອມໂຈມຕີກອງກຳລັງອີຣານ

Published on

ກະຊວງປ້ອງກັນປະເທດສະຫະລັດ ໄດ້ກ່າວວ່າ: ໃນວັນສຸກທີ 26 ກຸມພາ 2021, ກອງກຳລັງໂຈມຕີທາງອາກາດຢູ່ພາກຕາເວັນອອກຂອງຊີເຣຍ ໃກ້ກັບຊາຍແດນຂອງປະເທດອີຣັກ ຕາມຄຳສັ່ງຂອງປະທານາທິບໍດີ ໂຈ ໄບເດນ, ໂດຍມີເປົ້າໝາຍຄື ແນໃສ່ຕຶກອາຄານບໍລິເວນຊາຍແດນ ຂອງກອງກຳລັງທີ່ໄດ້ຮັບການສະໜັບສະໜູນຈາກອີຣານຫຼາຍກຸ່ມ ເຊິ່ງລວມທັງກຸ່ມ ຄາຕາອິບ ແຫັດບອນເລາະ ແລະ ຄາຕາອິບ ໄຊຍິດອັນ-ຊູຮາດາ ເຊິ່ງເປັນພັນທະມິດກັບລັດຖະບານຊີເຣຍ.

ເພນຕາກອນ (ສຳນັກງານໃຫຍ່ຂອງກະຊວງປ້ອງກັນປະເທດຂອງສະຫະລັດ) ເປີດເຜີຍວ່າ: ການໂຈມຕີດັ່ງກ່າວໄດ້ທຳລາຍອາຄານຫຼາຍຫຼັງ ແຕ່ພວກເຂົາບໍ່ມີການຢືນຢັນວ່າມີຜູ້ໃດໄດ້ຮັບບາດເຈັບຫຼືເສຍຊີວິດຫຼືບໍ່ ເຖິງຢ່າງໃດກໍ່ຕາມ ກອງກຳລັງອິຣັກປະກອບອາວຸດກຸ່ມໜຶ່ງ ແຈ້ງກັບສຳນັກງານຂ່າວເອພີ ວ່າ: ມີກອງກຳລັງປະກອບອາວຸດ 1 ຄົນໄດ້ເສຍຊີວິດ ແລະ ອີກ 4 ຄົນໄດ້ຮັບບາດເຈັບ.

ເພນຕາກອນ ໄດ້ກ່າວເຕີ່ມວ່າ: ການໂຈມຕີຄັ້ງຫຼ້າສຸດນີ້ເກີດຂື້ນເພື່ອຕອບໂຕ້ການໂຈມຕີຕໍ່ເຈົ້າໜ້າທີ່ຂອງສະຫະລັດ ແລະ ບັນດາປະເທດທີ່ເປັນພັນທະມິດໃນອີຣັກ  ແລະ ການເຮັດແບບນີ້ແມ່ນເປັນການສົ່ງຂໍ້ຄວາມທີ່ຈະແຈ້ງວ່າ: “ ປະທານາທິບໍດີ ໂຈ ໄບເດນ ຈະເຄື່ອນໄຫວ ເພື່ອປ້ອງກັນຊາວອາເມລິກາ ແລະ ເຈົ້າໜ້າທີ່ຂອງພັນທະມິດ ໃນ​ເວ​ລາ​ດຽວ​ກັນ ພວກເຮົາຈະເຄື່ອນໄຫວຢ່າງລະມັດລະວັງ  ໂດຍມີຈຸດປະສົງເພື່ອຫຼຸດຜ່ອນຄວາມຕຶງຄຽດ ຂອງສະຖານະການໂດຍລວມທັງໃນພາກຕາເວັນອອກຂອງຊີເຣຍ ແລະ ອີຣັກ”.

ກະຊວງການຕ່າງປະເທດຂອງຊີເຣຍ ໄດ້ອອກຖະແຫຼງການໂດຍກ່າວປະນາມການໂຈມຕີຂອງສະຫະລັດ. “ຊີເຣຍກ່າວປະນາມຢ່າງຮຸນແຮງຕໍ່ການໂຈມຕີທີ່ໂຫດຮ້າຍຂອງສະຫະລັດໃນພື້ນທີ່ຂອງ ເມືອງ ເດຍ ເອົາ-ຊໍ ເຊິ່ງໃກ້ກັບຊາຍແດນຊີເຣຍ-ອີຣັກ.” “ ລັດຖະບານສະຫະລັດ ຄວນປະຕິບັດຕາມກົດໝາຍລະຫວ່າງປະເທດ ຢ່າງເຂັ້ມງວດ ມັນບໍ່ແມ່ນຜູ້ໃດທີ່ເຂັ້ມແຂງແມ່ນຜູ້ລອດ ຄືກັບລັດຖະບານຊຸດກ່ອນ” ໃນຫຼາຍເດືອນທີ່ຜ່ານມາ  ຖານທັບ ແລະ ອາຄານກໍ່ສ້າງຂອງສະຫະລັດອາເມລິກາ ໃນເມືອງເອີບິວ ທາງພາກເໜືອ ເຊີ່ງເຈົ້າໜ້າທີ່ສັນຍາຈ້າງຂອງສະຫະລັດ ເສີຍຊີວິດ 1 ຄົນ ເມື່ອຊ່ວງການເດືອນທີ່ຜ່ານມາ ໂດຍກຸ່ມຕິດອາວຸດນິລະນາໃນປະເທດອີຣັກອອກມາປະກາດເປັນຜູ້ຢູ່ເບື້ອງຫຼັງ ແຕ່ເຈົ້າໜ້າທີ່ຝ່າຍພາກຕາເວັນຕົກກ່າວວ່າ: ກອງກຳລັງນີ້ເປັນກຸ່ມແນວໜ້າ ຂອງກອງກຳລັງທີ່ອີຣານ ສະໜັບສະໜູນຄື ຄາຕາອິບ ແຫັດບອນເລາະ.

ໂຈ ໄບເດນ ໄດ້ສັ່ງໃຫ້ໂຈມຕີສະເພາະໃນປະເທດຊີເຣຍເທົ່ານັ້ນ ເພື່ອໃຫ້ລັດຖະບານອີຣັກມີພື້ນທີ່ຫາຍໃຈເພື່ອກວດກາການໂຈມຕີເມືອງ ເອີບິວ.  ໃນເວລາດຽວກັນ ກຸ່ມຄາຕາອິບ ແຫັດບອນເລາະ ໄດ້ຢືນຢັນວ່າພວກເຂົາບໍ່ມີສ່ວນຮ່ວມໃນການໂຈມຕີຜົນປະໂຫຍດຂອງສະຫະລັດໃນ​ຊ່ວງທີ່ຜ່ານມາ ເຊິ່ງລັດຖະບານອີຣານກໍ່ໄດ້ປະຕິເສດການມີສ່ວນຮ່ວມໃນການໂຈມຕີຖານທັບສະຫະລັດ.

ຮຽບຮຽງຂ່າວ: ມົນລະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...