spot_img
Homeຂ່າວຕ່າງປະເທດຕຳຫຼວດໄທບຸກຈັບໂຮງງານເຖື່ອນຜະລິດສິນຄ້າປອມຍີ່ຫໍ້ດັງຈຳນວນຫຼາຍ

ຕຳຫຼວດໄທບຸກຈັບໂຮງງານເຖື່ອນຜະລິດສິນຄ້າປອມຍີ່ຫໍ້ດັງຈຳນວນຫຼາຍ

Published on

ວັນທີ 22 ກຸມພາ 2021 ກອງບັນຊາການປາບປາມການກະທຳຄວາມຜິດກ່ຽວກັບການຄຸ້ມຄອງຜູ້ບໍລິໂພກເຕືອນໄພຜູ້ບໍລິໂພກ (ປຄບ) ຖະແຫຼງຂ່າວຮ່ວມກັບສຳນັກງານຄະນະກຳມະການອາຫານ ແລະ ຢາ ເຂົ້າບຸກຈັບກຸມໂຮງງານລັກລອບປອມສິນຄ້າຍີ່ຫໍ້ດັງທີ່ໂຮງງານແຫ່ງໜຶ່ງ ພາຍໃນບໍລິເວນໝູ່ 4 ຕຳບົນລຳລູກກາ, ອຳເພີລຳລູກກາ, ຈັງຫວັດປະທຸມທານີ ເຊິ່ງສາມາດຢຶດຂອງກາງໄດ້ຄື: ນໍ້າຢາລ້າງຈານ, ສະບູ່ ແລະ ແປ້ງນົວ ເປັນຈຳນວນຫຼາຍ.

ໃນຂະນະທີ່ທາງເພສເຟສບຸ໊ກ Drama-addict  ມີການເຜີຍແຜ່ພາບພາຍໃນໂຮງງານບາງສ່ວນທີ່ເຈົ້າໜ້າທີ່ ປຄບ ຈະໃຊ້ໃນການຖະແຫຼງຂ່າວວັນອັງຄານທີ 23 ກຸມພາ 2021 ເວລາ 10:00 ໂມງ ໃຫ້ເຫັນການທຳງານຂອງພະນັກງານທີ່ກຳລັງນັ່ງແພັກສິນຄ້າຢູ່ພື້ນແບບບໍ່ໄດ້ມາດຕະຖານ ເຊິ່ງສິນຄ້າຖືກລະບຸວ່າເປັນຂອງກັອບປີ້ທັງໝົດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...