spot_img
Homeຂ່າວທ້ອງຖິ່ນດ່ວນ! ແຂວງອັດຕະປືໂຈະການຊື້ລົດ 30​ ຄັນໄວ້ກ່ອນລໍຄຳຊີ້ນຳຈາກລັດຖະ ບານ

ດ່ວນ! ແຂວງອັດຕະປືໂຈະການຊື້ລົດ 30​ ຄັນໄວ້ກ່ອນລໍຄຳຊີ້ນຳຈາກລັດຖະ ບານ

Published on

ໃນວັນທີ 17 ກຸມພາ 2021 ຄະນະພັກແຂວງອັດຕະປື ມີມະຕິຕົກລົງວ່າດ້ວຍການໂຈະແຜນຈັດຊື້ພາຫະນະເພື່ອປະກອບໃຫ້ຄະນະບໍລິຫານງານພັກແຂວງສະໄໝທີ XI ຕາມຂໍ້ຕົກລົງຂອງເຈົ້າແຂວງ ສະບັບເລກທີ​ 119/ຈຂ.ອປ, ລົງວັນທີ​ 22 ມັງກອນ​ 2021​.

ວ່າດ້ວຍການອະນຸມັດຊື້ພາຫະນະໃຫ້ຄະນະປະຈຳພັກແຂວງ ແລະ ກຳມະການພັກແຂວງຈຳນວນ 30 ຄັນ ໃນນີ້ມີ: ລົດປາໂດ 8 ຄັນ ແລະ ລົດຟໍຈູນເນີ 22 ຄັນ ແມ່ນໃຫ້ໂຈະໄວ້ກ່ອນ ລໍຖ້າຈົນກວ່າຈະມີທິດຊີ້ນຳ ແລະ ການຕົກລົງຂອງລັດຖະບານ.

ມອບໃຫ້ຫ້ອງວ່າການແຂວງປະສານສົມທົບກັບຄະນະຈັດຊື້ ແຈ້ງໃຫ້ບໍລິສັດໄຊຊະນະບໍລການ ຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດມະຕິຕົກລົງສະບັບນີ້ຢ່າງເຂັ້ມງວດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...