spot_img
Homeຂ່າວທ້ອງຖິ່ນປກສ ນະຄອນໄກສອນຢຶດທາດລະ ເບີດບັ້ງກະໂພກ ແລະ ດອກໄມ້ໄຟ 620 ແພັກ ມູນຄ່າ 40 ລ້ານກວ່າກີບ

ປກສ ນະຄອນໄກສອນຢຶດທາດລະ ເບີດບັ້ງກະໂພກ ແລະ ດອກໄມ້ໄຟ 620 ແພັກ ມູນຄ່າ 40 ລ້ານກວ່າກີບ

Published on

ໃນວັນທີ 10 ກຸມພາ 2021 ຜ່ານມາ ທີ່ກອງບັນຊາການ ປກສ ນະຄອນ ໄກສອນພົມວິຫານ,​ ແຂວງສະຫວັນນະເຂດ ໄດ້ນຳເອົາເຄື່ອງທີ່ຢືດໄວ້ທາດລະເບີດບັ້ງກະໂພກ ແລະ ດອກໄມ້ໄຟ. ໃນເວລາ 15 ໂມງ ຂອງວັນທີ 9 ກຸມພາ 2021 ນີ້ ທາງຂອງເຈົ້າໜ້າທີ່ ປກສ ກຸ່ມ 05 ນະຄອນ ໄກສອນ ພົມວິຫານ ໄດ້ພົບເຫັນລົດທີ່ກຳລັງເຄື່ອນຍ້າຍສິນຄ້າຜິດກົດໜາຍຢູ່ຂອບເຂດບ້ານໂພນຊາຍ ນະຄອນ ໄກສອນ ພົມວິຫານ ເຊິ່ງເປັນຕູ້ຍີ່ຫໍ້ຮຸນໄດສະຕາແລັກ ສີປອດເງິນ ປ້າຍທະບຽນ ກກ 5090 ສະຫັວນນະເຂດ ຈຶ່ງໄດ້ສະກັດກັ້ນ ແລະ ໄດ້ປະສານຫາເຈົ້າທີ່ວິຊາສະເພາະໜ່ວຍງານສອບສວນຄະດີອາຍາ ປກສ ນະຄອນໄກສອນພົມວິຫານ ໃນຂະນະທີ່ເຈົ້າໜ້າທີ່ກຳລັງຕິດ ຕາມເຂົ້າສະກັດກັ້ນນັ້ນ ໂຊເຟີ້ລົດຄັນດັ່ງກ່າວ ໄດ້ຈອດລົດແລ້ວເອົາຕົວລົບໜີ ເຈົ້າໜ້າທີ່ຈຶ່ງໄດ້ກວດຄົ້ນລົດຄັນດັ່ງກ່າວ ເຊິ່ງຜ່ານການກວດກາ-ກວດຄົ້ນແມ່ນພົບເຫັນ ທ້າວ ບຸນຫຼາຍ ກຳມະກອນຮັບ ຈ້າງຂົນສົ່ງ ພ້ອມດ້ວຍ ສິນຄ້າທີ່ຜິດກົດໜາຍ ບັ້ງກະໂພກ ຍີ່ຫໍ້ ມິນິໄຮຄາສ ມີຈຳນວນ 19 ແກັດ ໃນນັ້ນ 1 ແກັດເທົ່າກັບ 20 ແພັກ, 1 ແພັກເທົ່າກັບ 36 ລູກ ຢູ່ໃນລົດ ຈຶ່ງໄດ້ນຳເອົາລົດຕູ້ຄັນດັ່ງກ່າວ ແລະ ເຄື່ອງຂອງກາງ ຈຶ່ງເຂົ້າມາຫ້ອງການ ປກສ ກຸ່ມ 05 ນະຄອນ ເພຶ່ອທຳການສຶບສວນ-ສອບສວນຂະຫຍາຍຜົນ.​

ເຊິ່ງຜ່ານການສອບສວນ ທ້າວ ບຸນຫຼາຍ ອາຍຸ 26 ປີ, ອາຊີບກຳມະກອນ ບ້ານສະໜາມໄຊ ນະຄອນ ໄກສອນ ພົມວິຫານ ເຊິ່ງຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ ໄດ້ຂົນສົ່ງເຄື່ອນຍ້າຍບັ້ງກະໂພກ ຈາກເຮືອນຂອງ ນາງ ນ້ອຍ ອາຍຸ 45 ປີ, ອາຊີບຄ້າຂາຍບ້ານໂພນຊາຍ ນະຄອນ ໄກສອນ ພົມວິຫານ ໄດ້ໜຶ່ງຖ້ຽວ ເຊິ່ງເຄື່ອນຍ້າຍຂົນສົ່ງໄປໄວ້ອີກສະຖານທີ່ເຮືອນອີກແຫ່ງໜື່ງຂື້ນກັບ ບ້ານນາເລົ່າ ນະຄອນ ໄກ ສອນ ພົມວິຫານ ແລະ ກຳລັງຂົນສົ່ງຖຽວທີ່ສອງ ຊຶ່ງແມ່ນຖືກເຈົ້າໜ້າທີ່ພົບເຫັນສະກັດກັ້ນໄວ້ກ່ອນ ຈາກນັ້ນເຈົ້າໜ້າຈຶ່ງໄດ້ໄປກວດຄົ້ນເຄຫະສະຖານເຮືອນຂອງ ທ້າວ ລຳມອນ ອາຊີບພະນັກງານຕຳຫຼວດຊັ້ນ ຮັອ ສັງກັດຢູ່ຫ້ອງສັນຕິບານ ປກສ ແຂວງສະຫັວນນະເຂດ ເຊິ່ງຜ່ານການກວດຄົ້ນແມ່ນພົບເຫັນບັ້ງກະໂພກອີກ 12 ແກັດເທົ່າກັບ 240 ແພັກ ຊຶ່ງຢູ່ໃນຫ້ອງນອນຂອງ ນາງ ສອນ ອາຍຸ 29 ປີ ອາຊິບຄ້າຂາຍ ເຊິ່ງເປັນລູກສາວຂອງ ທ້າວ ລຳມອນ ຕໍ່ກັບບັ້ງກະໂພກຈຳນວນດັ່ງກ່າວແມ່ນຂອງ ນາງ ສອນ ຂອງຜູ້ກ່ຽວເອງ. ສະນັ້ນ,ເຈົ້າໜ້າຈຶ່ງໄດ້ນຳເອົາບັ້ງກະໂພກຈຳນວນດັ່ງເຂົ້າມາເກັບຮັກສາໄວ້ຢູ່ ກອງບັນຊາການ ປກສ ນະຄອນ.

ຂອງກາງທີ່ກັກເຂົ້າມາໃນຄັ້ງນີ້ມີ: ລົດຕູ້ຍີ່ຫໍ້ ຮຸນໄດ ລຸ້ນສະຕາແລັກ ສີປອດເງິນ ປ້າຍທະບຽບ 5090 ສະຫັວນນະເຂດ ຜ່ານການກວດກາ ລົດຄັນດັ່ງກ່າວແມ່ນອອກຊື່ ທ້າວ ມາລິພອນ ບ້ານດົງດຳດວນ ນະຄອນ ໄກສອນ ຜູ້ຂັບຂີ່ຕົວຈິງ ຊື່ທ້າວ ຕູ້ຍ ບ້ານສະພານເໜືອ ນະຄອນ ໄກສອນ ພົມວິຫານ ແລະ ບັ້ງກະໂພກຈຳນວນ 31 ແກັດເທົ່າກັບ 620 ແພັກເທົ່າກັບ 23.004 ລູກ ເຊິ່ງລວມມູນຄ່າທັງໜົດ 40 ລ້ານກວ່າກີບ ແລະ ພາຫະນະ ເຄື່ອງຂອງກາງດັ່ງກ່າວທາງເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ຈະໄດ້ມອບໃຫ້ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງສະຫັວນນະເຂດ ສຶບຕໍ່ດຳເນີນຄະດີຕາມລະບຽບກົດໜາຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...