spot_img
Homeຂ່າວທ້ອງຖິ່ນໄຟອຳນາດຫຼາຍຈຸດໃນ ນວ ຈະໄດ້ຮັບການສ້ອມແປງເພື່ອໃຫ້ໃຊ້ງານໄດ້ປົກກະຕິ

ໄຟອຳນາດຫຼາຍຈຸດໃນ ນວ ຈະໄດ້ຮັບການສ້ອມແປງເພື່ອໃຫ້ໃຊ້ງານໄດ້ປົກກະຕິ

Published on

ລະບົບໄຟອຳນາດໃນນະຄອນຫຼວງບາງຈຸດກໍ່ສາມາດໃຊ້ງານໄດ້ປົກກະຕິ ແລະ ບາງຈຸດກໍ່ມີການເປ່ເພ ບໍ່ສາມາດໃຊ້ງານໄດ້ ເຮັດໃຫ້ການຈໍລະຈອນສັບສົນຕໍ່ກັບສະພາບການດັ່ງກ່າວ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ເລັ່ງສ້ອງແປງບັນດາຈຸດໄຟອຳນາດທີ່ມີການເປ່ເພ ສະເພາະໃນວັນທີ 3 ກຸມພາ 2021 ວິຊາການຫ້ອງການ ຄບຕ ສ້ອມແປງລະບົບໄຟອຳນາດຕະຫຼາດທົ່ງຂັນຄຳ ເພື່ອໃຫ້ສາມາດໃຊ້ງານໄດ້.

ໜັງສືພິມວຽງຈັນໃໝ່ ລາຍງານວ່າ ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການ ຄບຕ ໃຫ້ສຳພາດວ່າ ເພື່ອເຮັດໃຫ້ການຈາລະຈອນຕາມທ້ອງຖະໜົນມີຄວາມສະດວກສະບາຍ ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະຜ່ານມາ ຫ້ອງການ ຄບຕ ກໍ່ໄດ້ເອົາໃຈໃສ່ລົງຕິດຕາມກວດກາໄຟອຳນາດຕາມຈຸດຕ່າງໆພາຍໃນນະຄອນຫຼວງວຽງຈັນ ແລະ ຈຸດໃດທີ່ເປ່ເພແມ່ນໄດ້ສ້ອມແປງ ຫຼື ປ່ຽນອຸປະກອນທີ່ບໍ່ສາມາດໃຊ້ງານໄດ້ອອກ ເພື່ອເຮັດໃຫ້ສາມາດໃຊ້ງານໄດ້ປົກກະຕິ ສະເພາະຢູ່ລະບົບໄຟອຳນາດຕະຫຼາດທົ່ງຂັນຄຳຜ່ານການກວດເບິ່ງ ເຫັນວ່າລະບົບເກົ່າເສື່ອມລະບົບຊອບແວບໍສາມາດປັບເວລາໄດ້ ເນື່ອງຈາກວ່າຜູ້ຕິດຕັ້ງເປັນວິຊາການຈາກຕ່າງປະເທດ ດັ່ງນັ້ນ, ການສ້ອມແປງຈຶ່ງໄດ້ປ່ຽນລະບົບ ແລະ ອຸປະກອນໃໝ່ຄົບຊຸດ ໂດຍນຳໃຊ້ລະບົບວິສະວະກຳເອເລັກໂທຣນິກ ມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ຮ່ວມມືກັນ ໃນນີ້ໄດ້ຂຽນລະບົບຊອບແວໃໝ່ ເຊິ່ງລະບົບດັ່ງກ່າວໄດ້ຕິດຕັັ້ງທົດລອງຢູ່ຈຸດໄຟອຳນາດໂພນທັນ ແລະ ໄຟອຳນາດເຂດເສດຖະກິດພິເສດ ເຫັນວ່າໃຊ້ງານໄດ້ດີ.

ນອກຈາກນີ້, ຍັງຈະໄດ້ເລັ່ງສືບຕໍ່ສ້ອມແປງໄຟອຳນາດສະໜາມບິນວັດໄຕ,​ ໄຟອຳນາດດົງໝ້ຽງ ໄຟອຳນາດຊ້າງເຜືອກ ແລະ ຈຸດອື່ນໆອີກໃນທົ່ວນະຄອນຫຼວງວຽງຈັນໃຫ້ສຳເລັດ ສາມາດໃຊ້ງານໄດ້ປົກກະຕິໃນໄວໆນີ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...