spot_img
Homeຂ່າວທ້ອງຖິ່ນຫຼາຍຮ້ອຍຄົນຮ່ວມພິທີຍົກຍອດພະທາດຫຼວງແຂວງຊຽງຂວາງ

ຫຼາຍຮ້ອຍຄົນຮ່ວມພິທີຍົກຍອດພະທາດຫຼວງແຂວງຊຽງຂວາງ

Published on

ຊາວພຸດຈາກແຂວງ ຊຽງຂວາງ, ແຂວງໃກ້ຄຽງ ແລະ ນະຄອນຫຼວງວຽງຈັນ ຫຼາຍຮ້ອຍຄົນ ໄດ້ເດີນທາງມາຮ່ວມພິທີໃສ່ບາດ ຈຳນວນ 45 ບາດ ຢູ່ພິທີຍົກຍອດພະທາດຫຼວງແປດຫຼຽ່ມມິ່ງຂວັນຊາວພວນໃນຕອນເຊົ້າມື່ນີ້. ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ວັດນາໄຊ ເມືອງ ຄູນ ແຂວງ ຊຽງຂວາງ ພິທີຍົກຍອດຄໍາພະທາດຫຼວງແປດຫຼ່ຽມມີ່ງຂວັນເມືອງພວນໃນລະຫວ່າງວັນທີ 23-28/1/2021.

ການໃສ່ບາດແມ່ນກິດຈະກຳໜຶ່ງທີ່ນອນຢູ່ໃນພິທີຍົກຍອດພະທາດຫຼວງ ເຊິ່ງນອນຢູ່ໃນໂຄງການປະຕິສັງຂອນພະທາດຫຼວງຄືນໃໝ່ໃຫ້ກາຍເປັນບ່ອນສັກກາລະບູຊາ ແລະ ເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນາທຳທີ່ສຳຄັນອີກແຫ່ງໜຶ່ງຢູ່ເມືອງດັ່ງກ່າວ.

ທ່ານ ສີພອນ ເມືອງຈະເລີນ ຮອງເຈົ້າເມືອງໆຄູນ ໄດ້ໃຫ້ສຳພາດຕໍ່ ໜັງສືພິມວຽງຈັນທາມ ຕອນເຊົ້າມື້ນີ້ວ່າ: ພະທາດຫຼວງແຫ່ງນີ້ໄດ້ສ້າງຂຶ້ນແຕ່ດຶກດຳບັນ ແລະ ຖືກທຳລາຍໄລຍະສົງຄາມ ປະໄວ້ແຕ່ຮ່ອງ ຮອຍ. ປີ 2018, ເຈົ້າເມືອງໆຄູນ, ເຈົ້າແຂວງ ຊຽງຂວາງ ແລະ ອົງການພຸດທະສາສະໜາສຳພັນລາວ ໄດ້ຕົກລົງປະຕິສັງຂອນພະທາດຫຼວງແຫ່ງນີ້ຄືນໃໝ່, ຮອດປະຈຸບັນນີ້ ການກໍ່ສ້າງໃກ້ຈະສຳເລັດແລ້ວ. ການຍົດຍອດພະທາດຫຼວງໃນມື້ນີ້ ແມ່ນເອົາຈອມທາດມາໃສ່. ຫຼັງຈາກນັ້ນ ການປະຕິສັງຂອນກໍ່ຈະເລີ່ມມາແຕ່ຈອມທາດ ລົງມາທາງລຸ່ມ.

ແມ່ເຖົ້າ ຈັນສີ ສິນພະວົງ ອາຍຸ 71 ປີ ປະຊາຊົນ ບ້ານທຸ້ມ ເມືອງ ຄູນ. ບ້ານຂອງເພີ່ນຢູ່ຫ່າງຈາກວັດນາໄຊ ປະມານ 3 ກິໂລແມັດ ເພີ່ນໄດ້ກ່າວ ຄວາມຮູ້ສຶກຕໍ່ນັກຂ່າວວ່າ: ມີຄວາມດີອົກດີໃຈຫຼາຍທີ່ໄດ້ມາ ຮ່ວມພິທີໃສ່ບາດທີ່ສຳຄັນນີ້ ບັນດາລູກຫຼານຈາກນະຄອນຫຼວງວຽງຈັນກໍ່ໄດ້ມາຮ່ວມ. ພະທາດຫຼວງແຫ່ງນີ້ເປັນບ່ອນທີ່ປະຊາຊົນເຊື່ອຖື ແລະ ເຄົາລົບບູຊາ.


ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...