Homeຂ່າວທ້ອງຖິ່ນການສັກວັກຊິນປ້ອງກັນໂຄວິດ-19 ໄດ້ເລີ່ມຂຶ້ນແລ້ວ

ການສັກວັກຊິນປ້ອງກັນໂຄວິດ-19 ໄດ້ເລີ່ມຂຶ້ນແລ້ວ

Published on

ການສັກວັກຊິນປ້ອງກັນໂຄວິດ-19 ໄດ້ເລີ່ມຂຶ້ນແລ້ວ, ນຳໂດຍຮອງນາຍົກລັດຖະມົນຕີ ແລະ ລັດຖະ ມົນຕີກະຊວງສາທາລະນະສຸກ.

ວິທະຍຸກະຈາຍສຽງແຫ່ງຊາດ ໄດ້ລາຍງານວ່າ: ໃນວັນທີ 27 ມັງກອນ 2021 ນີ້, ແພດໝໍທີ່ເປັນກຸ່ມສ່ຽງຫລາຍກວ່າ 600 ຄົນໄດ້ຮັບການສັກວັກຊິນປ້ອງກັນພະຍາດໂຄວິດ19 ຢ່າງເປັນທາງການ ທີ່ ໂຮງໝໍມິດຕະພາບ 150 ຕຽງ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ປະທານຄະນະສະເພາະກິດ, ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ.

ວັກຊິນທີ່ນໍາມາສັກໃຫ້ແພດໝໍໃນມື້ນີ້ແມ່ນວັກຊິນທີ່ໄດ້ຮັບການຊ່ວຍເຫຼືອຈາກບໍລິສັດຊີໂນຟາມຂອງຈີນ, ສຳລັບລາວໄດ້ສັກຊະນິດນີ້ໃຫ້ແພດໝໍທີ່ເປັນກຸ່ມສ່ຽງ, ພະນັກງານຜູ້ເຮັດວຽກປະຈຳດ່ານ ແລະ ພະນັກງານຢູ່ສູນຈໍາກັດບໍລິເວນແລ້ວ ຈຳນວນ 298 ຄົນ ໃນນີ້ສັກຄົບທັງໝົດ 2 ເຂັມ 173 ຄົນ, ນໍາໃຊ້ວັກຊິນທັງໝົດ 423 ໂດສ. “ຄາດວ່າປີ 2021ນີ້ ລາວເຮົາຈະສັກໃຫ້ໄດ້ປະມານ 1.500.000ຄົນ, ກວມເອົາ 22% ຂອງປະຊາກອນ ຮອດປີ 2023 ຈະສັກໃຫ້ໄດ້ 70%” ກ່າວໂດຍ ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...