spot_img
Homeຂ່າວທ້ອງຖິ່ນລາວກວດພົບຜຸ້ຕິດເຊື້ອໂຄວິດ-19 ເພີ່ມ 2 ກໍລະນີ

ລາວກວດພົບຜຸ້ຕິດເຊື້ອໂຄວິດ-19 ເພີ່ມ 2 ກໍລະນີ

Published on

ຄະນະສະເພາະກິດຄວບຄຸມ ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນັວນທີ 22 ມັງກອນ 2021 ວ່າ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ກໍລະນີ ເຮັດໃຫ້ປະຈຸບັນ, ປະເທດລາວມີຜູ້ຕິດເຊື້ອສະສົມ 43 ກໍລະນີ.

ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ກໍລະນີ, ໃນນັ້ນ ເປັນຄົນສັນຊາດລາວ 1 ຄົນ ເພດຍິງ ແລະ ຄົນສັນຊາດຈີນ 1 ຄົນ .

ຜູ້ຕິດເຊື້ອໂຄວິດ-19 ເບີທີ 41 ເປັນເພດຊາຍສັນຊາວຈີນ ເດີນທາງມາຈາກຈັງຫວັດຊຽງຣາຍ ປະເທດໄທ ຜ່ານແຂວງບໍ່ແກ້ວ ແລະ ຫຼວງນໍ້າທາ.

ຜູ້ຕິດເຊື້ອໂຄວິດ-19 ເບີທີ 42 ເປັນເພດຍິງ, ອາຍຸ 33 ປີ, ສັນຊາດລາວ,​ ຢູ່ແຂວງຈຳປາສັກ. ເຊິ່ງປະຫວັດການເດີນທາງຂອງຜູ້ຕິດເຊື້ອເບີ 42 ມີດັ່ງນີ້:

  • ວັນທີ 18/1/2021 ເດີນທາງເຊົ່າລົດຕູ້ຈາກກຸງເທບ ແລະ ມານອນພັກຢູ່ໂຮງແຮມ ຢູ່ຈັງຫວັດສີສະເກດ 1 ຄືນ.
  • ວັນທີ 19/1/2021 ເດີນທາງອອກຈາກຈັງຫວັດສີສະເກດມາຈັງຫວັດອຸບົນ ແລະ ມາຮອດປະມານ 9 ໂມງເຊົ້າ ແແລະຂ້າມດ່ານມາລາວ ໃນເຊົ້າມື້ນັ້ນ. ຈາກນັ້ນໄດ້ເກັບຕົວຢ່າງຢູ່ເມືອງໂພນທອງເວລາ 11 ໂມງ ແລະ ສົ່ງນອນຕິດຕາມຢູ່ສູນຫຼັກ 21 ເວລາປະມານ 4 ໂມງແລງ.
  • 20/1/2021 ນອນຕິດຕາມຢູ່ຫຼັງ 21 ລໍຖ້າຜົນກວດຮ່ວມກັບໝູ່ທີ່ເດີນທາງມານຳລົດຄັນດຽວກັນແຕ່ໄທ 8 ຄົນ ແລະ ອີກ 4 ຄົນ ແມ່ນມາແຕ່ໄທຄືກັນ (ລວມ 12 ຄົນຕໍ່ຫ້ອງໜຶ່ງ)
  • 20/1/2021 ຜູ້ກ່ຽວໄດ້ຖືກສົ່ງໄປນອນປິ່ນປົວຢູ່ໂພນທອງເວລາ 12 ໂມງທ່ຽງ ເພາະຜົນກວດໄດ້ຢັ້ງຢືນມາແຕ່ສູນວຽງຈັນວ່າເປັນບວກແທ້. ຜູ້ໃກ້ຊິດມີທັງໝົດ 40 ຄົນ ແລະ 148 ຄົນທີ່ກັກຕົວຢູ່ສູນທັງໝົດ ໄດ້ຮັບການກວດຫາເຊື້ອແລ້ວແຕ່ຜົນອອກມາເປັນລົບ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...