spot_img
Homeຂ່າວທ້ອງຖິ່ນຄະນະຕ້ານໂຄວິດ-19 ມີຄວາມກັງວົນຕໍ່ຄົນລາວທີ່ກັບຄືນມາປະເທດໂດຍບໍ່ໄດ້ຜ່ານການກວດ

ຄະນະຕ້ານໂຄວິດ-19 ມີຄວາມກັງວົນຕໍ່ຄົນລາວທີ່ກັບຄືນມາປະເທດໂດຍບໍ່ໄດ້ຜ່ານການກວດ

Published on

ຈາກກໍລະນີທີ່ມີການລະບາດຮອບໃໝ່ຂອງພະຍາດໂຄວິດ-19 ຢູ່ບັນດາປະເທດທີ່ມີຊາຍແດນຕິດກັບ ສປປ ລາວ ໂດຍສະເພາະຫວຽດນາມ, ສປ ຈີນ, ກໍາປູເຈຍ ແລະ ໄທ ໄດ້ສ້າງຄວາມວິຕົກໃຫ້ແກ່ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ລາວໃນການຕ້ານພະຍາດດັ່ງກ່າວເຖິງແມ່ນວ່າຈະມີມາດຕະການຕ່າງໆແລ້ວກໍ່ຕາມ ເຊິ່ງຄວາມກັງວົນ ແລະ ເປັນຫ່ວງທີ່ສຸດແມ່ນຜູ້ໄປອອກແຮງງານຢູ່ປະເທດເພື່ອນບ້ານທີ່ຈະກັບຄືນເຂົ້າມາປະເທດແບບຜິດກົດໜາຍໂດຍທີ່ທາງເຈົ້າໜ້າທີ່ບໍ່ພົບເຫັນ ແລະ ບໍ່ໄດ້ກວດສຸຂະພາບຕາມຂັ້ນຕອນອາດຈະນໍາເຊື້ອພະຍາດດັ່ງກ່າວມາແຜ່ເຊື້ອຢູ່ລາວກໍ່ເປັນໄດ້.

ໜັງສືພິມວຽງຈັນທາມ ລາຍງານວ່າ ທ່ານ ຮສ. ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວກ່ຽວກັບການກັບຄືນມາຂອງຄົນລາວທີ່ໄປເຮັດວຽກຢູ່ຕ່າງປະເທດເມື່ອບໍ່ດົນມານີ້ວ່າ: ຖ້າຜູ້ຂາຍແຮງງານເຫຼົ່ານີ້ເຂົ້າມາແບບຜິດກົດໝາຍ ໂດຍທີ່ທາງເຈົ້າໜ້າທີ່ ຫຼື ຄະນະສະເພາະກິດພົບເຫັນແມ່ນຖືວ່າສາມາດປ້ອງກັນພະຍາດໂຄວິດ-19 ໄດ້ ເພາະໄດ້ໃຫ້ ເຂົາເຈົ້າ ໄປຢູ່ສູນກັກກັນຕາມກໍານົດເວລາ, ແຕ່ສິ່ງທີ່ໜ້າກັງວົນແມ່ນບຸກຄົນເຫຼົ່ານັ້ນເຂົ້າມາແບບຜິດກົດໝາຍໂດຍທີ່ທາງເຈົ້າໜ້າທີ່ບໍ່ເຫັນນັ້ນຈະມີຄວາມສ່ຽງຕໍ່ການນໍາເອົາພະຍາດນີ້ມາແຜ່ເຊື້ອຢູ່ລາວໄດ້ໃນກໍລະນີເຂົາເຈົ້າຕິດເຊື້ອ, ຈຶ່ງຮຽກຮ້ອງໃຫ້ເຈົ້າໜ້າທີ່ຢູ່ທຸກໆຂົງເຂດໃນທົ່ວປະເທດໃຫ້ເພີ່ມການລາດຕະເວນຢ່າງເຂັ້ມງວດຕາມຊາຍແດນ ແລະ ຮຽກຮ້ອງໃຫ້ປະຕິບັດນະໂຍບາຍດ້ານມະນຸດສະທໍາໃນກໍລະນີທີ່ພົບເຫັນເຂົາເຈົ້າລັກລອບເຂົ້າມາຍ້ອນວ່າເປັນຄົນລາວສາມາດກັບປະເທດໄດ້ຢູ່ແລ້ວ.

ທ່ານ ຮສ. ດຣ ພູທອນໄດ້ກ່າວຕື່ມວ່າ: ຄາດວ່າຜູ້ອອກແຮງງານທີ່ໄປເຮັດວຽກຢູ່ປະເທດອ້ອມຂ້າງ ສປປ ລາວສ່ວນຫຼາຍ ແມ່ນລັກຂ້າມໄປ (ບໍ່ມີເອກະສານໃດໆ) ດັ່ງນັ້ນເມື່ອເຂົາເຈົ້າກັບຄືນ ມາກໍ່ຕ້ອງໄດ້ລັກຂ້າມມາ, ສະເພາະຢູ່ແຂວງໄຊຍະບູລີແຂວງດຽວທີ່ມີຊາຍແດນຕິດກັບປະເທດໄທແຕ່ເໜືອເຖິງໃຕ້ ຄາດວ່າມີຜູ້ອອກແຮງງານລັກລອບໄປເຮັດວຽກຢູ່ປະເທດໄທປະມານ 1.000 ກວ່າຄົນທີ່ຈະຂ້າມມາແບບຜິດກົດໝາຍໃນໄລຍະນີ້ ຊຶ່ງຮອດປະຈຸບັນເຈົ້າໜ້າທີ່ສາມາດພົບເຫັນພຽງແຕ່ 16 ຄົນ ແລະ ໄດ້ສົ່ງໄປຢູ່ສູນກັກກັນເປັນທີ່ຮຽບຮ້ອຍແລ້ວ. ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ຜູ້ໄປອອກແຮງງານທີ່ມີຈຸດປະສົງກັບຄືນປະເທດຜູ້ທີ່ບໍ່ສາມາດກັບມາໂດຍຜ່ານດ່ານໄດ້ນັ້ນ ຂໍໃຫ້ປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນທີ່ຕົນເອງອາໄສຢູ່ເພື່ອປະສານຫາການຊ່ວຍເຫຼືອໃນການກັບບ້ານ ທັງນີ້ກໍ່ເພື່ອຮັບປະກັນໃນການຕ້ານພະຍາດໂຄວິດ-19.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...