spot_img
Homeຂ່າວທ້ອງຖິ່ນ7 ບັນຫາສຳຄັນ ທີ່ລັດຕ້ອງເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າ

7 ບັນຫາສຳຄັນ ທີ່ລັດຕ້ອງເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າ

Published on

ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ກ່າວໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ໄຂຂຶ້ນໃນວັນທີ 13 ມັງ ກອນ 2021 ນີ້ວ່າ: 7 ບັນຫາສຳຄັນຕົ້ນຕໍທີ່ຄວນເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າຄື:

  1. ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ການພັດທະນາຕາມທິດ 3 ສາມສ້າງ ເພື່ອຫຼດຜ່ອນຄວາມແຕກໂຕນທາງດ້ານສັງຄົມ (ລະຫວ່າງຄົນຮັ່ງມີ ແລະ ຄົນທຸກ, ຕົວເມືອງ ແລະ ຊົນນະບົດ), ການເຂົ້າເຖິງການບໍລິການສາທາລະນະ (ສຶກສາ, ສາທາ) ຢູ່ເຂດຫ່າງໄກສອງຫຼີກ.
  2. ແກ້ໄຂຄວາມບອບບາງທາງດ້ານເສດຖະກິດ ເປັນຕົ້ນແມ່ນ: ການເຕີບໂຕສ່ວນໃຫຍ່ທີ່ເອື່ອຍອີງໃສ່ແຕ່ການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ທີ່ບໍ່ທັນມີປະສິດທີຜົນເທົ່າທີ່ຄວນ, ຄຸນນະ ພາບຂອງການເຕີບໂຕບໍ່ສູງ, ບໍ່ທັນສາມາດກະຈາຍລາຍໄດ້ຢ່າງທົ່ວເຖິງ, ຖານການຜະລິດບໍ່ທັນໜັກແໜ້ນ.
  3. ແກ້ໄຂຄວາມບອບບາງທາງດ້ານການເງິນ, ແກ້ໄຂບັນຫາໜີ້ສິນສາທາລະນະ, ການເກັບລາຍຮັບບໍ່ຄົບຖ້ວນ ແລະ ການຮົ່ວໄຫຼ ບໍ່ສົມຄູ່ກັບຄວາມສາມາດບົ່ມຊ້ອນ, ງົບປະມານບໍ່ພຽງພໍກັບຄວາມຈຳເປັນຂອງການພັດທະນາ (ສ່ວນຫລາຍແມ່ນສຸມໃສ່ການແກ້ໄຂໜີ້ສິນ).
  4. ແກ້ໄຂຄວາມບອບບາງທາງດ້ານເງິນຕາ: ດ້ານການຄ້າເຫັນວ່າມີເກີນດຸນ, ແຕ່ດຸນການຊຳລະກັບຕ່າງປະເທດ (BOP) ມີທ່າອ່ຽງຫຼຸດລົງ, ລາຄາສິນຄ້າມີທ່າອ່ຽງເພີ່ມສູງຂຶ້ນ (ເງິນເຟີ້) ແລະ ອັດຕາການແລກປ່ຽນມີການເໜັງຕີງໃນບາງໄລຍະ ພາໃຫ້ເກີດມີຕະຫລາດນອກລະບົບ.
  5. ແກ້ໄຂຜົນກະທົບການລະບາດພະຍາດໂຄວິດ-19 ເປັນຕົ້ນ ບັນຫາແຮງງານ (ການຫວ່າງງານ), ການຟື້ນຟູທຸລະກິທີ່ໄດ້ຮັບຜົນກະທົບຈາກການລະບາດດັ່ງກ່າວ ໃຫ້ຄືນສູ່ສະພາບປົກກະຕິ.
  6. ແກ້ໄຂການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃຫ້ມີປະສິດທິພາບ ຫັນເຂົ້າສູ່ການຄຸ້ມຄອງດ້ວຍກົດ ໝາຍຢ່າງເຂັ້ມງວດ ແລະ ເດັດຂາດ ລວມທັງການປັບປຸງ ແລະ ສ້າງສະພາບແວດລ້ອມເອື້ອອຳນວຍໃຫ້ແກ່ການດຶງດູດການລົງທຶນ.
  7. ສຸມໃສ່ແກ້ໄຂການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ມີຈຸດສຸມ, ສົ່ງເສີມວິຊາຊີບ ແລະ ການຫັນເປັນຊ່ຽວຊານ ຕິດພັນກັບການຫັນເປັນທັນສະໄໝໃນຍຸກ 4.0 ແລະ ວິຖີຊີວິດແບບໃໝ່ (New Normal).

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...