spot_img
Homeຂ່າວທ້ອງຖິ່ນຄ່າລົດເມຍັງບໍ່ມີການປ່ຽນແປງເຖິງວ່າລາຄານ້ຳມັນຈະມີການປັບຂຶ້ນຢ່າງຕໍ່ເນື່ອງ

ຄ່າລົດເມຍັງບໍ່ມີການປ່ຽນແປງເຖິງວ່າລາຄານ້ຳມັນຈະມີການປັບຂຶ້ນຢ່າງຕໍ່ເນື່ອງ

Published on

ຄ່າບໍລິການລົດເມສາຍຕ່າງໆຢູ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ແມ່ນຈະຍັງບໍ່ມີການປ່ຽນແປງ ເຖິງວ່າລາຄານ້ຳມັນຈະມີການປັບຂຶ້ນ ຢ່າງຕໍ່ເນື່ອງ.

ທ່ານ ທະນົງສີ ເດດວົງສອນ ຫົວໜ້າຂະແໜງແຜນການ ແລະ ການຂົນສົ່ງ ຂອງລັດວິສາຫະກິດ ລົດເມນະຄອນຫຼວງ ໄດ້ໃຫ້ສຳພາດຕໍ່ ໜັງສືພິມວຽງຈັນທາຍ ເມື່ອບໍ່ດົນມານີ້ວ່າ:  ບໍລິສັດຈະພະຍາຍາມຮັກສາລາຄາປີ້ ຫຼື ຄ່າບໍລິການລົດເມໂດຍສານ ບໍ່ໃຫ້ມີການປ່ຽນແປງ ເຖິງແມ່ນວ່າຕົ້ນທຶນຂອງບໍລິສັດຈະສູງຂຶ້ນກໍ່ຕາມ ເຊິ່ງການເພີ່ມຂຶ້ນຂອງລາຄານ້ຳມັນໄດ້ສົ່ງຜົນກະທົບຕໍ່ບໍລິສັດຫຼາຍສົມຄວນເພາະລາຄານ້ຳມັນແມ່ນກວມເອົາຫຼາຍກວ່າ 55% ຂອງລາຍຈ່າຍໃນບໍລິສັດ.

ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ທາງບໍລິສັດກໍ່ເຂົ້າໃຈດີຫາກມີການຂຶ້ນຄ່າລົດເມຈະເກີດຜົນກະທົບຕໍ່ຜູ້ໂດຍສານ ໃນໄລຍະນີ້ ແລະ ຈຳນວນຜູ້ໂດຍສານໃນປະຈຸບັນແມ່ນຫຼຸດລົງເກືອບ 20% ເມື່ອທຽບໃສ່ປີຜ່ານມາ ຍ້ອນນັກທ່ອງທ່ຽວບໍ່ສາມາດເຂົ້າມາໃນລາວໄດ້. 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...