spot_img
Homeຂ່າວຕ່າງປະເທດໜອງຄາຍ ແລະ ການຈະນະບູລີພົບຜູ້ຕິດເຊື້ອໂຄວິດກໍລະນີທໍາອິດຂອງຈັງຫວັດ

ໜອງຄາຍ ແລະ ການຈະນະບູລີພົບຜູ້ຕິດເຊື້ອໂຄວິດກໍລະນີທໍາອິດຂອງຈັງຫວັດ

Published on

ສະພາບການຂອງການລະບາດໂຄວິດ-19 ໃນປະເທດໄທ ເມື່ອວັນທີ 31 ທັນວາ 2020 ລາຍງານວ່າ ຈັງຫວັດໜອງຄາຍຫຼັງຈາກເປັນພື້ນທີ່ສີຂຽວເປັນເວລາຫຼາຍວັນແຕ່ໃນທີ່ສຸດກໍ່ຜູ້ຕິດເຊື້ອໂຄວິດ-19 ກໍລະນີທໍາອິດ. ເຊິ່ງເປັນເພດຍິງອາຍຸ 35ປີ ຊາວອໍາເພີໂພນໄສ, ມີອາຊີຍຂາຍອາຫານທະເລທີ່ບາງກອກ ຫຼັງຈາກຜູ້ກ່ຽວໄດ້ໄປຮັບເອົາອາຫານທະເລຈາກສະໝຸດສາຄອນມາຂາຍ.

ສ່ວນຈັງຫວັດການຈະນະບູລີ ປະກາດເປັນພື້ນທີ່ເຝົ້າລະວັງລະດັບສູງ ແລະ ອີກ 12 ອໍາເພີເປັນພື້ນທີ່ເຝົ້າລະວັງ ຫຼັງພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີທໍາອິດໃນຈັງຫວັດ.

ປັດຈຸບັນ ໄທຢືນຢັນຕົວເລກຜູ້ຕິດເຊື້ອໂຄວິດ-19 ສະສົມຢູ່ທີ່ 7,163 ກໍລະນີ, ຮັກສາຫາຍດີ 4,273 ແລະ ເສຍຊີວິດ 63.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...