Homeຂ່າວທ້ອງຖິ່ນການເກັບຄ່າທາງດ່ວນກັບລົດອຳບູລັງຂັດກັບຂໍ້ຕົກລົງວ່າດ້ວຍພາຫະ ນະທີ່ຍົກເວັ້ນຄ່າຜ່ານທາງດ່ວນ

ການເກັບຄ່າທາງດ່ວນກັບລົດອຳບູລັງຂັດກັບຂໍ້ຕົກລົງວ່າດ້ວຍພາຫະ ນະທີ່ຍົກເວັ້ນຄ່າຜ່ານທາງດ່ວນ

Published on

ປະຊາຊົນເກີດຄວາມສັບສົນກ່ຽວກັບການເກັບຄ່າທາງດ່ວນກັບລົດອຳບູລັງຂົນສົ່ງຄົນເຈັບ ຕົກລົງຕ້ອງອີງໃສ່ຂໍ້ຕົກລົງສະບັບໃດກັນແທ້. ພາຍຫຼັງຫ້ອງການສາທາລະນະສຸກເມືອງວັງວຽງ ໄດ້ອອກຂໍ້ຕົກລົງສະບັບເລກທີ 1904/ຫສມ ໃນວັນທີ 28 ທັນວາ 2020 ຕົກລົງເຫັນດີໃຫ້ມີການເກັບຄ່າທາງດ່ວນກັບລົດອຳບູລັງສົ່ງຄົນເຈັບຂຶ້ນທາງດ່ວນ ສຳລັບຄົນເຈັບທີ່ບໍ່ຢາກຈ່າຍຄ່າທາງດ່ວນເພີ່ມ ແມ່ນຈະເດ່ີນຕ້ອງເດີນທາງດ້ວຍທາງເກົ່າ (ທາງເລກທີ 13 ເໜືອ).

ຄົນເຈັບ ຫຼື ພີ່ນ້ອງຄົນເຈັບຕ້ອງຊ່ວຍຈ່າຍຄ່າທາງດ່ວນຈາກໂຮງໝໍວັງວຽງ ຫາ ໂຮງໝໍແຂວງແມ່ນຈ່າຍ 114,000 ກີບ/ຕໍ່ຄັ້ງ, ລາຄາທາງດ່ວນຈາກໂຮງໝໍວັງວຽງ ຫາ ໂຮງໝໍສູນກາງ (ນະຄອນຫຼວງວຽງຈັນ) ແມ່ນຈ່າຍ 224,000ກີບ/ຕໍ່ຄັ້ງ.

ກ່ອນໜ້ານີ້, ໄດ້ມີຂໍ້ຕົກລົງເລກທີ 20482/ຍທ, ອອກໃນວັນທີ 18​ ທັນວາ​ 2020​ ໂດຍລະບຸໃນມາດຕາ​ 40​ ວ່າດ້ວຍພາຫະນະທີ່ຍົກເວັ້ນຄ່າຜ່ານທາງດ່ວນ ເຊິ່ງລວມມີ: ພາຫະນະ​ລົດຕຳຫຼວດຈະລາຈອນທາງດ່ວນ​ ທີ່ປະຕິບັດໜ້າທີ່ສຸກເສີນ ແລະ ​ແກ້ໄຂອຸບັດເຫດ​ຕາມທາງດ່ວນທີ່ມີເຄື່ອງໝາຍການຕິດຂ້າງລົດ, ລົດ​ໂຮງໝໍ,​ ກູ້ໄພ, ລົດດັບເພີງ ແລະ ຍານພາຫະນະອື່ນໆທີ່ຜູ້ສຳປະທານເປັນຜູ້ຕົກລົງ.​

ຕາມການລາຍງານກໍ່ພົບວ່າໃນໄລຍະຜ່ານມາລົດ​ໂຮງໝໍ,​ ລົດໜ່ວຍກູ້ໄພ ແມ່ນໄດ້ເສຍຄ່າຜ່ານທາງປົກກະຕິຄືກັນກັບພາຫະນະທົ່ວໄປ.

ດັ່ງນັ້ນ, ເພື່ອບໍ່ໃຫ້ເກີດຄວາມສັບສົນໃນສັງຄົມຈົນເກີດມີກະແສຫາງສຽງດ້ານລົບຕາມມາ ຈຶ່ງຮຽກຮ້ອງໃຫ້ທາງພາກສ່ວນທີ່ກ່ຽວຂ້ອງຊ່ວຍໃຫ້ຄວາມກະຈ່າງແຈ້ງຕໍ່ປະຊາຊົນ ໂດຍສະເພາະກັບບັນດາພາຫະນະທີ່ຖືກກຳນົດໃນມາດຕາ 40 ຂ້າງເທິງ ແມ່ນຕ້ອງອີງໃສ່ຂໍ້ຕົກລົງສະບັບໃດກັນແທ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...