Homeຂ່າວທ້ອງຖິ່ນຂົ້ວໂລກໃຕ້ບໍ່ລອດ! ພົບຜູ້ຕິດເຊື້ອໂຄວິດ-19 ຄັ້ງທຳອິດ

ຂົ້ວໂລກໃຕ້ບໍ່ລອດ! ພົບຜູ້ຕິດເຊື້ອໂຄວິດ-19 ຄັ້ງທຳອິດ

Published on

ສຳນັກຂ່າວ CNN ລາຍງານວ່າ ທະວີບແອນຕາກຕິກາ ທະວີບທາງທິດໃຕ້ສຸດຂອງໂລກມີລາຍງານການຕິດເຊື້ອໂຣກໂຄວິດ-19 ຄັ້ງທຳອິດ ຫຼັງມີຜູ້ຕິດເຊື້ອທັງໝົດ 36 ຄົນໃນສະຖາບັນວິໄຈ ໂດຍແອນຕາກຕິກາກາຍເປັນທະວີບສຸດທ້າຍຂອງໂລກທີ່ມີລາຍງານການຕິດເຊື້ອ.

ສະຖາບັນວິໄຈເບີນາໂດ ໂອ ຮິກກິນສ໌ ເຊິ່ງເປັນສະຖາບັນວິໄຈທີ່ປະເທດຊີລີ ທີ່ຕັ້ງຢູ່ໃນທະວີບແອນຕາກຕິກາ ລາຍງານຜູ້ຕິດເຊື້ອໂຄວິດ-19 ໃນສະຖາບັນ ເຊິ່ງປະກອບດ້ວຍທະຫານ 26 ຄົນແລະພະນັກງານພົນລະເຮືອນ 10 ຄົນ. ຈຳນວນທັງໝົດ 208 ຄົນຢູ່ເທິງ ກຳປັ່ນລຳລຽງລຳໜຶ່ງທີ່ທ່າເຮືອ Antarctica ໃນວັນທີ 27 ພະຈິກປີ 2020 ແລະ ກັບຄືນສູ່ຝັ່ງໃນວັນທີ 10 ທັນວາ.

ທະຫານຊີລີໄດ້ອອກຖະແຫຼງການສະບັບໜຶ່ງ ໂດຍກ່າວວ່າປະຊາຊົນ 36 ຄົນໄດ້ຖືກຍົກຍ້າຍໜີໄປຢູ່ແຜ່ນດິນໃຫຍ່ ພວກເຂົາທັງໝົດ ແມ່ນຢູ່ໃນຂັ້ນຕອນການກັກກັນແລະປິ່ນປົວ ສຳລັບໂຄວິດ-19.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...