Homeຂ່າວພາຍ​ໃນຄ່າໃຊ້ບໍລິການທາງດ່ວນເສຍ 8.000 ກີບຕໍ່ດ່ານ

ຄ່າໃຊ້ບໍລິການທາງດ່ວນເສຍ 8.000 ກີບຕໍ່ດ່ານ

Published on

ໜັງສືພິມວຽງຈັນທາມ ລາຍງານອີງຕາມຂໍ້ມູນຈາກບໍລິສັດຮ່ວມທຶນພັດທະນາລາວ-ຈີນຈໍາກັດ ເຊິ່ງເປັນບໍລິສັດລົງທຶນກ່ຽວກັບການກໍ່ສ້າງທາງດ່ວນວຽງຈັນ-ວັງວຽງໃຫ້ຮູ້ວ່າ: ການເກັບຄ່າບໍລິການຜ່ານທາງດ່ວນດັ່ງກ່າວແມ່ນ 8.000 ກີບຕໍ່ດ່ານ ເຊິ່ງລວມມີ 8 ດ່ານ (ລວມໄປກັບ 16 ດ່ານ) ນັບແຕ່ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ.

ທາງດ່ວນວຽງຈັນ ຫາ ເມືອງວັງວຽງນີ້ມີຈຸດເລີ່ມຕົ້ນທີ່ສາມແຍກສີເກີດເມືອງນາຊາຍທອງ ນະຄອນ ຫຼວງວຽງຈັນ ຜ່ານເມືອງໂພນໂຮງ, ເມືອງຫີນເຫີບ ແລະ ສິ້ນສຸດທີ່ເມືອງວັງວຽງແຂວງວຽງຈັນ, ມີມູນຄ່າການກໍ່ສ້າງຫຼາຍກວ່າ 1 ຕື້ໂດລາ, ຍາວປະມານ 109,9 ກິໂລແມັດ ແລະ ກວ້າງ 23 ແມັດ, ເປັນເສັ້ນທາງຄູ່ຂະໜານ, ມີ 4 ຊ່ອງທາງຈະລາຈອນ ແລະ 2 ແລວໄປ-ກັບ, ສ່ວນຄວາມໄວຢູ່ໃນລະດັບແຕ່ 80-100 ກິໂລແມັດ/ຊົ່ວໂມງ, ມີວົງວຽນຈຸດເຊື່ອມຕໍ່ເຂົ້າ-ອອກ 7 ຈຸດ, ອຸໂມງ 1 ແຫ່ງ (ເຂດພູພະນັງ), ຂົວ 45 ແຫ່ງ, ເຊິ່ງຂ້າມທາງເລກທີ 13 ເໜືອ 3 ຈຸດ, ຂ້າມທາງລົດໄຟ 4 ຈຸດ ແລະ ຂ້າມທາງເຂົ້າບ້ານ 23 ຈຸດ.

ຮຽບຮຽງຂ່າວ: ພູດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...