spot_img
Homeຂ່າວພາຍ​ໃນລາວຈະໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ໃນປີ 2021

ລາວຈະໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ໃນປີ 2021

Published on

ອີງຕາມການລາຍງານຈາກ ໜັງສືພິມວຽງຈັນທາມ ໃຫ້ຮູ້ວ່າ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການແຜ່ລະບາດ ແລະ ຢາວັກຊິນປ້ອງກັນພະຍາດໂຄວິດ-19 ເມື່ອວັນທີ 16 ທັນວາ 2020 ວ່າ: ພາຍໃນປີ 2021 ນີ້ລາວຈະໄດ້ຊົມໃຊ້ຢາວັກຊິນປ້ອງກັນພະຍາດໂຄວິດ-19 ຢ່າງແນ່ນອນ ແລະ ຖືວ່າເປັນຂ່າວດີ, ຢາວັກຊິນກ່ຽວກັບການປ້ອງກັນພະຍາດນີ້ມີການຄິດຄົ້ນຢູ່ທົ່ວໂລກປະມານ 209 ຊະນິດ ແຕ່ໄດ້ຖືກຮັບຮອງເອົາພຽງ 10 ຊະນິດ, ສະເພາະຢາວັກຊິນທີ່ຈະມາໃຊ້ຢູ່ລາວນີ້ ແມ່ນຢາວັກຊິນທີ່ຜະລິດຢູ່ປະເທດອັງກິດ ເຊິ່ງມີຄຸນນະພາບໃນການປ້ອງກັນແລະ ຕ້ານພະຍາດນີ້ສູງ ເຖິງ 95%.

ທ່ານ ດຣ. ຣັດຕະນະໄຊ ໄດ້ກ່າວຕື່ມວ່າ: ສະເພາະຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບແມ່ນຍັງເຫຼືອພຽງແຕ່ 5 ຄົນ ພາຍຫຼັງທີ່ຜູ້ຕິດເຊື້ອກໍລະນີທີ 34 ແລະ 38 ໄດ້ອອກຈາກໂຮງໝໍໃນວັນທີ 16 ທັນວາ 2020 , ນັບແຕ່ມີການແຜ່ເຊື້ອຂອງພະຍາດນີ້ ສປປ ລາວພົບຜູ້ຕິດເຊື້ອສະສົມຈາກພະຍາດນີ້ 41 ກໍລະນີ ແຕ່ ບໍ່ມີຜູ້ເສຍຊີວິດ.

ສະພາບການແຜ່ລະບາດຂອງພະະຍາດໂຄວິດ-19 ຮອດ 5 ໂມງແລງ ຂອງວັນທີ 15 ທັນວາ 2020, ໄດ້ຮັບລາຍງານວ່າທົ່ວໂລກຍັງມີການແຜ່ລະບາດຂອງພະຍາດນີ້ຢູ່ 210 ປະເທດ, ມີຜູ້ຕິດເຊື້ອຫຼາຍກວ່າ 73 ລ້ານຄົນ, ເສຍຊີວິດແລ້ວຫຼາຍກວ່າ 1,6 ລ້ານຄົນ, ປະເທດສະຫະລັດອາເມລິກາ ມີຜູ້ຕິດເຊື້ອຫຼາຍກວ່າປະເທດອື່ນມີຈຳນວນຜູ້ຕິດເຊື້ອຫຼາຍກວ່າ 17 ລ້ານກວ່າຄົນ, ຮອງລົງມາ ແມ່ນປະເທດອິນເດຍມີຜູ້ຕິດເຊື້ອສະສົມຈໍານວນ 9 ລ້ານກວ່າຄົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...