Homeຂ່າວຕ່າງປະເທດກຳປູເຈຍສັ່ງຫ້າມບໍ່ໃຫ້ມີການເຜົາໄໝ້ ເພື່ອຫຼຸດມົນລະພິດທາງອາກາດ

ກຳປູເຈຍສັ່ງຫ້າມບໍ່ໃຫ້ມີການເຜົາໄໝ້ ເພື່ອຫຼຸດມົນລະພິດທາງອາກາດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານ ໂດຍອ້າງໜັງສືພິມຂະເໝນ ທາມ ຂອງກຳປູເຈຍລາຍງານວ່າ ກຳປູເຈຍໄດ້ອອກຄຳສັ່ງຫ້າມປະຊາຊົນທີ່ອາໄສຢູ່ໃນຊົນນະບົດຈູດເຝືອງເຂົ້າ ແລະ ຂີ້ເຫຍື້ອຢູ່ໄຮ່ນາ ເພື່ອຫຼຸດບັນຫາມົນລະພິດທາງອາກາດ.

ທ່ານ ເນດ ພັກຕຣາ ໂຄສົກກະຊວງສິ່ງແວດລ້ອມ ກຳປູເຈຍໄດ້ອ້າງອີງຂໍ້ມູນຈາກການສຳຫຼວດ ແຫຼ່ງຕົ້ນຕໍ ແລະ ກິດຈະກຳ ທີ່ເພີ່ມຄວາມເຂັ້ມຂຸ້ນຂອງອະນຸພາກແມ່ນການປ່ອຍອາຍພິດອຸດສາຫະກຳ ຍານພາຫະນະທີ່ແລ່ນດ້ວຍນໍ້າມັນກາຊວນ ແລະ ເຊື້ອໄຟອື່ນໆ, ໄຟປ່າ ການຈູດຫຍ້າ ການຈູດຂີ້ເຫຍື້ອ ການຖາງປ່າ ການຈູດເຟືອງເຂົ້າ ການຈູດຂີ້ເຫຍື້ອ ແລະ ການຂຸດຫຼຸມຝັງ ແລະ ຝຸ່ນຈາກສະຖານທີ່ກໍ່ສ້າງ.

ທ່ານ ເນດ ພັກຕຣາ ໄດ້ກ່າວວ່າ ຜົນຂອງການສຳຫຼວດແຕ່ເດືອນທັນວາ 2019 – ເມສາ 2020 ເຊິ່ງເປັນລະດູແລ້ງ. ເປີດເຜີຍວ່າພະນົມເປັນ ແລະ ແຂວງອື່ນໆ ຄຸນນະພາບຂອງອາກາດໄດ້ຊຸດໂຊມລົງຢ່າງໜ້າ ວິຕົກກັງວົນ. ຝຸ່ນທີ່ລອຍຢູ່ໃນອາກາດ (PMID ແລະ PM2.5) ມີຄວາມເຂັ້ມຂຸ້ນເພີ່ມຂື້ນສູງກວ່າມາດຕະຖານທີ່ລະບຸ ນີ້ສາມາດສ້າງຄວາມສ່ຽງສູງ ແລະ ສົ່ງຜົນກະທົບຕໍ່ສຸຂະພາບສາທາລະນະ. ເພື່ອປ້ອງກັນມົນລະພິດທາງອາກາດໃນປະເທດ. ດັ່ງນັ້ນກະຊວງຈຶ່ງ ກຳ ລັງຈັດຕັ້ງປະຕິບັດ 5 ມາດຕະການຄື: ການປ້ອງກັນໄຟໄໝ້ປ່າ. ການປັບປຸງພື້ນຖານໂຄງລ່າງເສັ້ນທາງ ການກຳຈັດຂີ້ຝຸ່ນທາງ ສຶກສາອົບຮົມໃຫ້ປະຊາຊົນຫຼີກລ້ຽງການຈູດສິ່ງເສດເຫຼືອ, ຫຍ້າ, ເຟືອງເຂົ້າຫຼືເສດເຫຼືອກະສິກຳອື່ນໆ ແລະ ກະກຽມມາດຕະການປ້ອງກັນໄຟໄໝ້ປ່າ

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...