Homeຂ່າວຕ່າງປະເທດໄທກຽມເປີດປະເທດອີກຄັ້ງ 56 ປະເທດເຂົ້າໄທໄດ້ລວມເຖິງ ສປປລາວ

ໄທກຽມເປີດປະເທດອີກຄັ້ງ 56 ປະເທດເຂົ້າໄທໄດ້ລວມເຖິງ ສປປລາວ

Published on

ອີງຕາມການລາຍງານ ຂອງເວັບໄຊ ກຸງເທບທຸລະກິດ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດກຽມຜ່ອນຄາຍມາດຕະການເພື່ອໃຫ້ຄົນຕ່າງປະເທດເຂົ້າປະເທດໄທໄດ້ຫຼາຍຂຶ້ນ.

ທ່ານ ທານີ ແສງຣັດ ຫົວໜ້າກົມຂ່າວສານ ແລະ ການຕ່າງປະເທດ ກ່າວອ້າງອີງນະໂຍບາຍຂອງທ່ານນາຍົກລັດຖະມົນຕີເພື່ອຊີ້ນຳກະຊວງການຕ່າງປະເທດເລັ່ງດຳເນີນການຜ່ອນຜັນມາດຕະການໃຫ້ຊາວຕ່າງຊາດເດີນທາງເຂົ້າປະເທດໄທເພີ່ມເຕີມ.

ໃນວັນທີ 7 ທັນວາ ທີ່ຜ່ານມາ ໂດຍຄະນະສະເພາະກິດໄດ້ມີການຮັບຮອງອະນຸຍາດໃຫ້ນັກທ່ອງທ່ຽວເຂົ້າປະເທດໄທໂດຍບໍ່ມີການກວດກາວີຊາໃນ 3 ກຸ່ມ:

  1. ກຸ່ມທີ່ອະນຸຍາດໃຫ້ພັກບໍ່ໃຫ້ກາຍ 30 ວັນ (P.30) ລວມມີ 56 ປະເທດ / ເຂດແຄວ້ນ.
  2. ກຸ່ມທີ່ມີຂໍ້ຕົກລົງລະຫວ່າງກັນ ພັກຜ່ອນເຖິງ 30 ວັນ ຄື: ຮ່ອງກົງ, ລາວ, ມາເກົ້າ, ມົງໂກລີ, ຣັດເຊຍແລະ ຫວຽດນາມ.
  3. ກຸ່ມທີ່ມີຂໍ້ຕົກລົງລະຫວ່າງກັນ ພັກຜ່ອນເຖິງ 90 ວັນ ຄື: ອາເຈນຕິນາ, ບາຊິນ, ຈີເລ ແລະ ເປຣູ

ໃນຂະນະດຽວກັນ, ເນື່ອງຈາກມາດຕະການກັກຕົວ 14 ວັນ ເຈົ້າໜ້າທີ່ໄທຍັງຕ້ອງສືບຕໍ່ໂຈະການອອກວີຊາໃນຮູບແບບການຍື່ນຂໍວີຊ່າ ຫຼື ວີຊາ VOA (ພັກເຊົາ 15 ວັນ) ຮອດວັນທີ 30 ທັນວາ 2020 ແລະ ຍັງບໍ່ອະນຸຍາດໃຫ້ກຳປູເຈຍ ແລະ ມຽນມາ ເຊິ່ງເປັນກຸ່ມປະເທດທີ່ມີຂໍ້ຕົກລົງລະຫວ່າງກັນເຂົ້າພັກໄດ້ບໍ່ເກີນ 14 ວັນ.

ເຖິງຢ່າງໃດກໍ່ຕາມ, ກອງປະຊຸມໄດ້ຮຽກຮ້ອງໃຫ້ກະຊວງພາຍໃນພິຈາລະນາອອກແຈ້ງການໃຫ້ສິດແກ່ກຸ່ມ P.30 ຂອງ 56 ປະເທດ / ເຂດແຄວ້ນ. ສາມາດຢູ່ໄດ້ເຖິງ 45 ວັນ (ຄືກັບ P. 45) ໂດຍໃຫ້ມີຜົນຊົ່ວຄາວ ນັບແຕ່ວັນປະກາດຈົນຮອດວັນທີ 30 ກັນຍາ 2021, ເຊິ່ງກະຊວງພາຍໃນໄດ້ພິຈາລະນາ ແລະຈະສະເໜີຄະນະລັດຖະບານຄັ້ງຕໍ່ໄປ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...