Homeຂ່າວທ້ອງຖິ່ນຄະນະສະເພາະກິດຈະບໍ່ອະນຸຍາດໃຫ້ທຸກຄົນເຂົ້າ-ອອກເມືອງຕົ້ນເຜິ້ງຢ່າງເດັດຂາດ

ຄະນະສະເພາະກິດຈະບໍ່ອະນຸຍາດໃຫ້ທຸກຄົນເຂົ້າ-ອອກເມືອງຕົ້ນເຜິ້ງຢ່າງເດັດຂາດ

Published on

ໃນກໍລະນີທີ່ຊາຍຈີນ 2 ຄົນທີ່ຕິດພະຍາດໂຄວິດ-19 ໄດ້ລັກລອບເຂົ້າມາເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນວັນທີ 24 ພະຈິກ 2020 ທີ່ຜ່ານມາໂດຍໄດ້ພັກເຊົາຢູ່ເມືອງຕົ້ນເຜິ້ງເປັນເວລາ 4 ວັນນັ້ນ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວໄດ້ສັ່ງປິດການເຂົ້າ-ອອກ ເມືອງຕົ້ນເຜິ້ງເປັນເວລາ 14 ວັນນັບແຕ່ວັນທີ 5 ທັນວາ 2020 ທີ່ຜ່ານມາ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.

ເພື່ອເປັນການສະດວກໃຫ້ແກ່ເຈົ້າໜ້າທີ່ ແລະ ຄະນະສະເພາະກິດທີ່ປະຈໍາຢູ່ຈຸດກວດກາ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19; ຍ້ອນມີການເຂົ້າ-ອອກຂອງພົນລະເມືອງ ນັບທັງພະນັກງານ,ທະຫານ, ຕຳຫຼວດ ທີ່ທຽວປະຈໍາການ ສະນັ້ນ, ຈຶ່ງອອກແຈ້ງການເພີ່ມເຕີມດັ່ງນີ້:

1. ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນເມືອງຕົ້ນເຜິ້ງທີ່ຈະໄປເຮັດວຽກຢູ່ແຂວງ ແລະ ພາກສ່ວນຢູ່ແຂວງ ຈະໄປເຮັດວຽກຢູ່ເມືອງ ແມ່ນບໍ່ອະນຸຍາດໃຫ້ເຂົ້າ-ອອກຢ່າງເດັດຂາດ ຈົນກວ່າຈະມີແຈ້ງການຊີ້ນໍາໃຫ້ເຂົ້າ-ອອກ, ສ່ວນວຽກງານປົກກະຕິ ກໍ່ໃຫ້ແກ້ໄຂໂດຍຜ່ານລະບົບສື່ສານ, ອອນລາຍໃນການປະສານງານກັບກົມກອງຂອງຕົນຢ່າງເປັນປົກກະຕິ, ໃນກໍລະນີເຈັບເປັນ ແລະ ພະນັກງານ, ທະຫານ, ຕໍາຫຼວດ ຫາກມີຄວາມຈຳເປັນຂາດການບໍ່ໄດ້ຕ້ອງກະກຽມເອົາເຄື່ອງນຸ່ງຫົ່ມໄປນອນປະຈໍາການຈົນຄົບ 14 ວັນ ຈຶ່ງກັບຄືນ.

2. ການຂົນສົ່ງສິນຄ້າໃນແຕ່ລະຄັ້ງ, ແຕ່ລະບໍລິສັດ ທີ່ມີຄວາມຈໍາເປັນນໍາເຂົ້າ ແລະ ສົ່ງອອກສິນຄ້າວັດສະດຸຕ່າງໆ ຕ້ອງໃສ່ຊື່ ແລະ ນາມສະກຸນ ຜູ້ຂັບລົດ, ຜູ້ປ່ຽນ ແລະ ປ້າຍລົດ ສະເໜີ ຫາ ຄະນະສະເພາະກິດຂັ້ນແຂວງກ່ອນ ເພື່ອຄົ້ນຄວ້າພິຈາລະນາ, ການຂົນສົ່ງສິນຄ້າແມ່ນກໍານົດໄລຍະເວລາເຂົ້າ- ອອກ ແຕ່ເວລາ 8:00 ໂມງ ຫາ 18:00 ໂມງ.

3. ການຂົນສົ່ງສິນຄ້າປະເພດພືດກະສິກໍາ, ເຄື່ອງອຸປະໂພກ-ບໍລິໂພກທີ່ມີຄວາມຈໍາເປັນເຂົ້າ-ອອກເມືອງຕົ້ນເຜິ້ງ ແມ່ນຕ້ອງມີການຄຽນຖ່າຍສິນຄ້າ, ສັບປ່ຽນພະນັກງານຂັບລົດຢູ່ຈຸດດ່ານ ນໍ້າເກິງ ໂດຍມີການພົ່ນຢາ, ກວດອຸນຫະພຸມ ແລະ ປະຕິບັດຕາມມາດຕະການປ້ອງກັນໂຄວິດ-19ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

4. ສໍາລັບລົດຂົນສົ່ງສິນຄ້າ ທີ່ບໍ່ສາມາດສັບປ່ຽນພະນັກງານຂັບລົດໄດ້ ເຊັ່ນ: ປະເພດອາຍແກັດ,ນໍ້າມັນເຊື້ອໄຟ, ປຸນເຕົ້າ, ຕ້ອງມີເຈົ້າໜ້າທີ່ ແລະ ຄະນະສະເພາະກິດ ເປີດ-ປິດ ຂະບວນລົດ ຢູ່ຈຸດດ່ານນ້ໍາເກິ່ງ ໂດຍມີການພົ່ນຢາ, ກວດອຸ່ນຫະພຸມ ແລະ ປະຕິບັດຕາມມາດຕະການປ້ອງກັນໂຄວິດ-19 ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

5. ມອບໃຫ້ເມືອງ ຊີ້ນໍາອົງການປົກຄອງບ້ານ ເປັນເຈົ້າການໃນການຕິດຕາມ, ກວດກາພົນລະເມືອງ ທີ່ເຂົ້າ-ອອກບ້ານຂອງຕົນ ແລະ ປະຕິບັດຕາມມາດຕະການປ້ອງ ກັນ, ຄວບຄຸມພະຍາດດັ່ງກ່າວຢ່າງຮັດກຸມ ແລະ ເຂັ້ມງວດ ຖ້າບໍ່ຈຳເປັນແມ່ນໃຫ້ຢູ່ເຮືອນໃຜເຮືອນລາວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...