spot_img
Homeຂ່າວທ້ອງຖິ່ນນັກລົງທຶນ ສສ ຫວຽດນາມເປັນອັນດັບ 3 ຂອງການລົງທຶນຕ່າງປະເທດຢູ່ລາວ

ນັກລົງທຶນ ສສ ຫວຽດນາມເປັນອັນດັບ 3 ຂອງການລົງທຶນຕ່າງປະເທດຢູ່ລາວ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ກະຊວງແຜນການ ແລະ ການລົງທຶນ ແຈ້ງໃຫ້ຮູ້ວ່າ ມາຮອດປະຈຸບັນ, ການລົງທຶນຂອງບັນດາວິສາຫະກິດຂອງຫວຽດນາມຢູ່ລາວ ລວມມູນຄ່າສູງເຖິງ 4,1 ຕື້ ໂດລາສະຫະລັດ ຈັດຢູ່ໃນອັນດັບ 3 ຂອງນັກລົງທຶນຕ່າງປະເທດທີ່ມາລົງທຶນຢູ່ ສປປ ລາວ ແລະ ມູນຄ່າການຄ້າສອງຝ່າຍ ​ໃນ 10 ​ເດືອນ ປີ 2020 ບັນລຸໄດ້ 815 ລ້ານ ໂດລາສະຫະລັດ, ສະເພາະການຮ່ວມມືໃນຂົງເຂດການສຶກສາ-ບຳລຸງສ້າງ ກໍໄດ້ເປີດກວ້າງດ້ວຍຫຼາຍຮູບການ, ປະຈຸບັນ ຈໍານວນນັກສຶກສາລາວ ທີ່ກໍາລັງຄົ້ນຄວ້າຮ່ຳຮຽນ ຢູ່ ສສ. ຫວຽດນາມ ມີຫຼາຍກວ່າ 16.000 ຄົນ.

ສຳລັບທິດທາງແຜນການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການສຶກສາ ໃນປີ 2021, ເຖິງແມ່ນ ວ່າ ມູນຄ່າການຄ້າລາວ-ຫວຽດນາມ ໃນປີນີ້ບໍ່ສາມາດບັນລຸໄດ້ຕາມຄາດໝາຍທີ່ສອງລັດຖະບານໄດ້ຕົກລົງກັນຍ້ອນ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19, ​ໃນຊຸມປີຕໍ່ໜ້າ, ສອງຝ່າຍເຫັນດີສູ້ຊົນ​ຊຸກຍູ້ເປົ້າໝາຍມູນຄ່າການຄ້າສອງຝ່າຍໃຫ້ເພີ່ມຂື້ນ 10-15% ທຽບໃສ່ປີຜ່ານມາ, ສືບຕໍ່ຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການຮ່ວມມືດ້ານຄົມມະນາຄົມ ແລະ ຂົນສົ່ງ, ການຮ່ວມມືພັດທະ ນາບັນດາໂຄງການໄຟຟ້າຢູ່ລາວ, ເຊື່ອມຕໍ່ລະບົບໄຟຟ້າ ແລະ ການຊື້-ຂາຍ ໄຟຟ້າ. ຄຽງຄູ່ກັນນີ້, ສອງຝ່າຍ ກໍຈະພ້ອມກັນ ສືບຕໍ່ເພີ່ມທະວີການຮ່ວມມື ແລະ ສ້າງເງື່ອນໄຂເພື່ອເອື້ອອໍານວຍຄວາມສະດວກ ໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດຂອງສອງປະເທດ ແລະ ການຮ່ວມມືໃນບັນດາຂົງເຂດ ທີ່ສອງຝ່າຍມີທ່າແຮງບົ່ມຊ້ອນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...